logo

ຫວຽດນາມເຂົ້າຮ່ວມກົນໄກແກ້ໄຂຂໍ້ຂັດແຍ່ງຂອງ ອົງການການຄ້າໂລກ

2025/10/17 | 09:09:00
(VOVWORLD) - ໃນວັນທີ 16 ຕຸລາ, ຫວຽດນາມ ໄດ້ປະກາດຢ່າງເປັນທາງການກ່ຽວກັບການເຂົ້າຮ່ວມກົນໄກກຳມະການອຸທອນຫຼາຍຝ່າຍຊົ່ວຄາວ (MPIA). ນີ້ແມ່ນຂໍ້ລິເລີ່ມແນ່ໃສ່ປະກອບສ່ວນບໍາລຸງຮັກສາຄວາມໝັ້ນຄົງຂອງລະບົບການແກ້ໄຂຂໍ້ຂັດແຍ່ງທີ່ຂຶ້ນກັບອົງການການຄ້າໂລກ (WTO).
(ພາບປະກອບ: REUTERS/Denis Balibouse)

ຫວຽດນາມ ເຂົ້າຮ່ວມກົນໄກກຳມະການອຸທອນຫຼາຍຝ່າຍຊົ່ວຄາວ ໄດ້ສົ່ງສານອັນໜັກແໜ້ນກ່ຽວກັບຄຳໜັ້ນສັນຍາຂອງ ຫວຽດນາມ ສຳລັບລະບົບການຄ້າຫຼາຍຝ່າຍຕ້ອງອີງໃສ່ກົດໝາຍ. ໃນສະພາບການອົງການອຸທອນຂອງ ອົງການການຄ້າໂລກ, ເຊິ່ງໄດ້ເຄີຍຖືກຖືວ່າແມ່ນ “ສານປະຊາຊົນສູງສຸດ” ຂອງອົງການການຄ້າທົ່ວໂລກ, ພວມຢຸດການເຄື່ອນໄຫວຊົ່ວຄາວນັ້ນ, ເລື່ອງ ຫວຽດນາມ ເຂົ້າຮ່ວມກົນໄກກຳມະການອຸທອນຫຼາຍຝ່າຍຊົ່ວຄາວ  ໄດ້ຮັບຖືວ່າ ແມ່ນການກະທຳທີ່ມີຄວາມຮັບຜິດຊອບ, ບໍ່ພຽງແຕ່ຮັກສາຜົນປະໂຫຍດຂອງຫວຽດນາມ  ເທົ່ານັ້ນ ແຕ່ຍັງເປັນການຮ່ວມແຮງຮ່ວມໃຈກັບວົງຄະນະຍາດສາກົນປັບປຸງພື້ນຖານຂອງລະບົບອົງການການຄ້າໂລກ, ປະກອບສ່ວນຮັກສາຄວາມເຊື່ອໜັ້ນ ແລະ ຄວາມສະຖຽນລະພາບໃຫ້ແກ່ ການຄ້າສາກົນ.

ກ່ຽວກັບດ້ານຍຸດທະສາດ. ການເຂົ້າຮ່ວມກົນໄກ ກຳມະການອຸທອນຫຼາຍຝ່າຍຊົ່ວຄາວ ໄດ້ຍົກສູງທີ່ຕັ້ງບົດບາດ ແລະ ສຽງເວົ້າຂອງ ຫວຽດນາມ ໃນການປຶກສາຫາລືກ່ຽວກັບການປະຕິຮູບ ອົງການການຄ້າສາກົນ. ກ່ຽວກັບຜົນປະໂຫຍດຕົວຈິງ, ກົນໄກກຳມະການອຸທອນຫຼາຍຝ່າຍຊົ່ວຄາວ ແມ່ນກົນໄກທີ່ໜອງເຄື່ອງມືທີ່ສຳຄັນໃຫ້ແກ່ ຫວຽດນາມ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາວິສາຫະກິດ ແລະ ບັນດາຂະແໜງສົ່ງອອກສິນຄ້າ ຕໍ່ບັນດາສະພາບການຂັດແຍ່ງທາງການຄ້າທີ່ສັບສົນ.

TAG
VOV/VOVworld/ກົນໄກກຳມະການອຸທອນຫຼາຍຝ່າຍຊົ່ວຄາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ