logo

ຫວຽດ​ນາມ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວ​ສານ ແລະ ການ​ສື​່​ສານ ອາ​ຊຽນ ຄັ້ງ​ທີ 19

2019/10/24 | 10:54:14
(VOVWORLD) -ດ້ວຍຫົວຂໍ້ວ່າ “ການເຊື່ອມຕໍ່ແບບອັດສະລິຍະໃຫ້ແກ່ການຫັນເປັນດີຈີຕອນອາຊຽນ”, ກອງປະຊຸມລັດຖະມົນຕີ ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ອາຊຽນຄັ້ງທີ 19 (TELMIN 19) ໄດ້ໄຂຂຶ້ນໃນວັນທີ 24 ຕຸລາ ຢູ່ ນະຄອນຫຼວງ ວຽງຈັນ, ປະເທດລາວ.
ບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN) 

ທ່ານ ຫງວຽນແທັ່ງຮຶງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມ.

ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີໄດ້ຈັດຕັ້ງປະຈຳປີ ຢູ່ພາກພື້ນອາຊຽນ ດ້ວຍເປົ້າໝາຍແມ່ນເພີ່ມທະວີການຮ່ວມມືກ່ຽວກັບໂທລະຄົມມະນາຄົມ ແລະ ເຕັກໂນໂລຢີ ຂໍ້ມູນຂ່າວສານ ລະຫວ່າງບັນດາປະເທດສະມາຊິກ ຂອງ ອາຊຽນ ກັບ ບັນດາປະເທດຄູ່ຮ່ວມມື.

ໃນຂອບເຂດກອງປະຊຸມ, ບັນດາການນຳຮັບຜິບຊອບຂົງເຂດໂທລະຄົມມະນາຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ອາຊຽນ ຈະກວດກາຄືນສະພາບການຜັນຂະຫຍາຍການຮ່ວມມືພາຍໃນ 1 ປີທີ່ຜ່ານມາ, ພ້ອມທັງປຶກສາຫາລືເຫັນດີເປັນເອກະພາບຕໍ່ການກຳນົດທິດການຮ່ວມມືກັບບັນດາເປົ້າໝາຍບຸລິມະສິດໃຫ້ແກ່ໄລຍະການຮ່ວມມືຕໍ່ໄປ, ລວມມີບັນດາຂໍ້ລິເລີ່ມ, ລາຍການຮ່ວມມືເພື່ອແນໃສ່ຫັນເປັນດີຈີຕອນຢູ່ອາຊຽນ.

ຄາດວ່າ, ໃນໄລຍະເຂົ້າຮ່ວມກອງປະຊຸມ, ທ່ານ ຫງວຽນແທັງຮຶງ ພ້ອມກັບບັນດາສະມາຊິກໃນຄະນະປະຕິບັດງານຈະມີການພົບປະ ແລະ ເຮັດວຽກສອງຝ່າຍກັບບັນດາປະເທດ ແລະ ITU ເພື່ອແນໃສ່ ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກໍ່ຄືບັນດາຂົງເຂດການຮ່ວມມືຢ່າງລະອຽດໃນໄລຍະຈະມາເຖິງ.

TAG
VOV/VOVworld/​ເຕັກ​ໂນ​ໂລ​ຢີ/ຂໍ້​ມູນ​ຂ່າວ​ສານ/ການ​ສື​່​ສານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ