logo

ຫວຽດນາມເຂົ້າຮ່ວມການປະຊຸມກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ

2019/10/5 | 08:39:00

(VOVWORLD) -ໃນວັນທີ 3 ແລະ ທີ 4 ຕຸລາ, ຢູ່ສຳນັກງານ ຄະນະເລຂາອາຊຽນ ຢູ່ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມຄັ້ງທີ 59 ຂອງກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ (IAI Task Force 59) ແລະ ກອງປະຊຸມປຶກສາຫາລືຄັ້ງທີ 9 ຂອງກຸ່ມດັ່ງກ່າວກັບບັນດາຄູ່ຮ່ວມມືຂອງ ອາຊຽນ. ທ່ານເຈີນດຶກບີ່ງ ຫົວຫນ້າຄະນະຜູ້ແທນຫວຽດນາມ ປະຈຳ ອາຊຽນ ເຂົ້າຮ່ວມບັນດາການປະຊຸມນີ້.

 ຜູ້ແທນເຂົ້າຮ່ວມກອງປະຊຸມ

ພາບ:ຄະນະຜູ້ຕາງຫນ້າຫວຽດນາມ ປະຈຳອາຊຽນ

ກອງປະຊຸມຄັ້ງທີ 59 ຂອງກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ ແມ່ນກອງປະຊຸມປະຈຳໄລຍະຂັ້ນ ຜູ້ຕາງຫນ້າປະຈຳການຂອງບັນດາປະເທດ ອາຊຽນ ເພື່ອແນໃສ່ສຳຫລວດກວດຄືນການຜັນຂະຫຍາຍບັນດາໂຄງການໃນ IAI ແລະ ສະເຫນີບັນດມາດຕະການແກ້ໄຂເພື່ອຍົກສູງປະສິດທິຜົນການປະຕິບັດແຜນການວຽກງານຂອງ IAI ໄລຍະ 3. ປະຈຸບັນ ມີກວ່າ 100 ໂຄງການໄດ້ຮັບການຮັບຮອງເອົາ ແລະ ພວມຜັນຂະຫຍາຍ ລວມຍອດມູນຄ່າເກືອບ 26 ລ້ານ USD. ສິງກະໂປ, ອິນເດຍ, ເຢຍລະມັນ, ອີຢູ ແລະ ຍີ່ປຸ່ນ ແມ່ນບັນດາຄູ່ຮ່ວມມືອຸປະຖຳຫລາຍສຸດ. ໄລຍະຈະມາເຖິງ, ກຸ່ມດັ່ງກ່າວເຫັນດີສືບຕໍ່ຍູ້ແຮງການຜັນຂະຫຍາຍບັນດາໂຄງການ ແລະ ນຳເອົາ 14 ຂໍ້ສະເຫນີໂຄງການພວມໄດ້ຮັບການສ້າງຂຶ້ນເຂົ້າຜັນຂະຫຍາຍ.

ທີ່ກອງປະຊຸມ, ບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ ຢືນຢັນອີກຄັ້ງຫນຶ່ງ ຈະເອົາໃຈໃສ່ ແລະ ໃຫ້ຄຳໝັ້ນສັນຍາຫນູນຊ່ວຍບັນດາໂຄງການໃນຂອບເຂດ IAI.

TAG
VOV/VOVworld/​ຜັນ​ຂະ​ຫ​ຍາຍ.ຄຳໝັ້ນສັນຍາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ