logo

ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ການ​ທ່ອງ​ທ່ຽວສາ​ກົນ IFTM Top Resa ​ທີ່ ຝ​ລັ່ງ

2025/9/24 | 10:24:39
(VOVWORLD) - ໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວສາກົນ Top Resa 2025 ທີ່ດຳເນີນຢູ່ນະຄອນຫຼວງ ປາຣີ (ຝລັ່ງ) ແຕ່ວັນທີ 23 – 27 ກັນຍາ 2025, ນະຄອນ ຮ່າໂນ້ຍ ໄດ້ແນະນຳເຂດໂຄສະນາການທ່ອງທ່ຽວດ້ວຍຫົວຂໍ້ “ຮ່າໂນ້ຍ ມາເພື່ອຮັກ”.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານຖັງ 

 ເຂດວາງສະແດງຮູບພາບ, ວິດີໂອ, ຜະລິດຕະພັນຫັດຖະກຳພື້ນເມືອງ, ອາຫານການກິນ ພ້ອມດ້ວຍຫຼາຍສື່ສິ່ງພິມໂຄສະນາອື່ນໆ ພິເສດ, ຍັງມີບໍລິສັດ Vietnam Airlines ແລະ ວິສາຫະກິດທ່ອງທ່ຽວ 11 ແຫ່ງທີ່ພົ້ນເດັ່ນຂອງ ຮ່າໂນ້ຍ ເຂົ້າຮ່ວມ.

        ງານຕະຫຼາດນັດການທ່ອງທ່ຽວສາກົນ Top Resa ແມ່ນເຫດການທ່ອງທ່ຽວປະຈຳປີແຖວໜ້າໂລກ, ເຕົ້າໂຮມກວ່າ 3.000 ຫົວໜ່ວຍທີ່ມາຈາກກວ່າ 100 ປະເທດ. ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານຖັງ ຢັ້ງຢືນວ່າ:

        “ປັດຈຸບັນ ຫວຽດນາມ ແມ່ນເດັ່ນກ່ຽວກັບຫຼາຍແງ່ມູມຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍຄື ອາຊີ - ປາຊີຟິກ. ພວກຂ້າພະເຈົ້າຫວັງວ່າ ຜ່ານງານຕະຫຼາດນັດຄັ້ງນີ້, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຂະຫຍັນຂັນເຄື່ອນຂອງບັນດາບໍລິສັດທ່ອງທ່ຽວ ຫວຽດນາມ ກໍຄື ເພື່ອນມິດຄູ່ຮ່ວມມື, ແຂກທ່ອງທ່ຽວ ຝລັ່ງ ແລະ ສາກົນ ຈະມາ ຫວຽດນາມ ນັບມື້ນັບຫຼາຍຂຶ້ນ, ເພື່ອໃຫ້ທີ່ຕັ້ງ ຫວຽດນາມ ບົນແຜນທີ່ທ່ອງທ່ຽວສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ”.


TAG
VOV/VOVworld/ການ​ທ່ອງ​ທ່ຽວສາ​ກົນ/ຝ​ລັ່ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ