logo

ຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າໃນການສ້າງບັນດາເສົາຄ້ຳປະຊາຄົມ ອາຊຽນ ປີ 2017

2017/12/26 | 09:26:00
(VOVWORLD) - ຕາມທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ ແລ້ວ, ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໄດ້ຮັບການສະແດງອອກຜ່ານ 3 ເສົາຄ້ຳ ນັ້ນແມ່ນ: ການເມືອງ; ຄວາມໝັ້ນຄົງ; ເສດຖະກິດ ແລະ ວັດທະນະທຳ -ສັງຄົມ

ກອງປະຊຸມກ່ຽວກັບເສົ້າຄ້ຳ ອາຊຽນ

(ພາບ: Nguyễn Khang/TTXVN)

ຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າໃນການສ້າງບັນດາເສົາຄ້ຳປະຊາຄົມ ອາຊຽນ ປີ 2017 - ນີ້ແມ່ນການຢັ້ງຢືນຂອງທ່ານ ຫງວຽນກວກຢູ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ທີ່ກອງປະຊຸມບັນດາເສົ້າຄ້ຳປະຊາຄົມເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ, ໃນຕອນເຊົ້າວັນທີ 26 ທັນວາ, ຢູ່ຮ່າໂນ້ຍ. ຕາມທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ ແລ້ວ, ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໄດ້ຮັບການສະແດງອອກຜ່ານ 3 ເສົາຄ້ຳ ນັ້ນແມ່ນ: ການເມືອງ; ຄວາມໝັ້ນຄົງ; ເສດຖະກິດ ແລະ ວັດທະນະທຳ -ສັງຄົມ:

        “ກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ, ຫວຽດນາມ ໄດ້ເປັນເຈົ້າການພັດທະນາບັນດາກົນໄກຮັບປະກັນຄວາມໝັ້ນຄົງ ໂດຍຜ່ານການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ມາດຖານການປະພຶດ. ຫຼາຍແນວຄວາມຄິດ ແລະ ຫົວຄິດປະດິດສ້າງຂອງ ຫວຽດນາມ ໄດ້ເປັນທີ່ຍອມຮັບ ແລະ ນຳໃຊ້ຢ່າງກ້ວາງຂວາງ, ໃນນັ້ນ ມີບັນດາຂໍໍ້ລິເລີ່ມກ່ຽວກັບການສ້າງຄວາມໄວ້ເນື້ອເຊື່ອໃຈ, ກົນໄກການຮ່ວມມື. ການຮ່ວມມືເສດຖະກິດກໍ່ແມ່ນຈຸດເດັ່ນໃນວິວັດທະນາການ ຫວຽດນາມ ເຂົ້າຮ່ວມສ້າງປະຊາຄົມ ອາຊຽນ. ຫວຽດນາມ ພ້ອມກັບບັນດາປະເທດສ້າງບຸລິມະສິດໃນປີ 2017, ກວດກາ ຜັນຂະຫຍາຍບັນດາຄຳໝັ້ນສັນຍາກ່ຽວກັບການຄ້າ, ສິນຄ້າ, ການບໍລິການ, ການລົງທຶນ, ຕັ້ງໜ້າຜັນຂະຫຍາຍບັນດາມາດຕະການສ້າງຄວາມສະດວກດ້ານການຄ້າ.”

        ໃນການສ້າງປະຊາຄົມວັດທະນະທຳ - ສັງຄົມ, ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວກ່ຽວກັບການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ, ເສີມຂະຫຍາຍບົດບາດຂອງ ແມ່ຍິງ, ເດັກນ້ອຍ, ຄົນພິການ, ຊາວໜຸ່ມກັບການປ່ຽນແປງຂອງດິນຟ້າອາກາດ.

TAG
VOV/VOVworld/ການ​ເມືອງ/ສັງ​ຄົມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ