logo

ຫວຽດນາມ ເຂົ້າຮ່ວມລາຍການການນຳຫາກໍ່ພົ້ນເດັ່ນ ອົດສະຕາລີ - ອາຊຽນ

2018/1/13 | 09:26:00
(VOVWORLD) - ບັນດາການນຳໜຸ່ມໄດ້ຮັບການຄັດເລືອກຈະເຂົ້າຮ່ວມລາຍການແກ່ຍາວເປັນເວລາ 3 ເດືອນ, ເລີ່ມແຕ່ຕົ້ນເດືອນ ມີນາ 2018, ໃນນັ້ນມີລາຍການລົງເລິກຂະແໜງເປັນເວລາ 10 ວັນຢູ່ Melbourne ແລະ Sydney 
 

ວັນທີ 12 ມັງກອນ, ທ່ານນາງ Julie Bishop, ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ປະກາດບັນຊີລາຍຊື່ການນຳໜຸ່ມ 15 ທ່ານ ທີ່ໄດ້ຮັບການຄັດເລືອກຈາກ ອົດສະຕາລີ ແລະ 10 ປະເທດ ອາຊຽນ ເຂົ້າຮ່ວມລາຍການການນຳຫາກໍ່ພົ້ນເດັ່ນ ອົດສະຕາລີ - ອາຊຽນ 2018 (A2ELP). ນັກທຸລະກິດໜຸ່ມ ດ່ວານແທງຕູ່ງ, ຜູ້ອຳນວຍການບໍລິສັດ ວິສາຫະກິດສັງຄົມ ຫາຍດັງ ຈຳກັດ, ເຊິ່ງເປັນນັກທຸລະກິດດີເດັ່ນໃນການເຄື່ອນໄຫວເພື່ອວົງຄະນະຍາດ, ເປັນກຽດໄດ້ຮັບການຄັດເລືອກເປັນຜູ້ຕາງໜ້າຂອງ ຫວຽດນາມ ເຂົ້າຮ່ວມລາຍການນີ້.

        ທ່ານນາງລັດຖະມົນຕີ Julie Bishop ຊີ້ແຈ້ງວ່າ: ບັນດາການນຳໜຸ່ມໄດ້ຮັບການຄັດເລືອກຈະເຂົ້າຮ່ວມລາຍການແກ່ຍາວເປັນເວລາ 3 ເດືອນ, ເລີ່ມແຕ່ຕົ້ນເດືອນ ມີນາ 2018, ໃນນັ້ນມີລາຍການລົງເລິກຂະແໜງເປັນເວລາ 10 ວັນຢູ່ Melbourne ແລະ Sydney ດ້ວຍບັນດາກອງປະຊຸມສຳມະນາ, ເຫດການ, ການຢ້ຽມຢາມ, ການເຄື່ອນໄຫວວັດທະນະທຳ… ບັນດາລາຍການນີ້ຊ່ວຍໃຫ້ບັນດາການນຳໜຸ່ມຊອກຮູ້ບົດບາດຂອງວິສາຫະກິດ ໃນການຊຸກຍູ້ປ່ຽນແປງສັງຄົມ, ເພີ່ມທະວີຄວາມເຂົ້າໃຈກ່ຽວກັບບັນດາຄວາມສ່ຽງໃນສັງຄົມ, ພ້ອມທັງຮ່ຳຮຽນເອົາບົດຮຽນເພື່ອພັດທະນາວິສາຫະກິດຂອງເຂົາເຈົ້າ ແລະ ເປີດກ້ວາງຂອບເຂດຜົນສະທ້ອນ. ບັນດາການນຳໜຸ່ມທີ່ໄດ້ຮັບການຄັດເລືອກເຂົ້າຮ່ວມລາຍການ A2ELP ປີ 2018 ກໍ່ຈະໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດ ອາຊຽນ - ອົດສະຕາລີ ຢູ່ Sydney ໃນເດືອນມີນານີ້.

TAG
VOV/VOVworld/ກອງ​ປະ​ຊຸມ​ຂັ້ນ​ສູງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ