logo

ຫວຽດນາມ ເຂົ້າຮ່ວມສະຫະພັນ ACF ຊຸກຍູ້ການຫັນປ່ຽນກະສິກຳແບບຍືນຍົງ

2025/11/19 | 11:11:51
(VOVWORLD) - ບັນດາຫຼັກການຕົ້ນຕໍຂອງສະຫະພັນ ແມ່ນຮັບປະກັນວິວັດການຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານ ເພື່ອນຳມາເຊິ່ງການປ່ຽນແປງທີ່ຕັ້ງໜ້າ.
ຄະນະປະຕິບັດງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ
(ພາບ: ICD)

ໃນຂອບເຂດກອງປະຊຸມບັນດາຝ່າຍເຂົ້າຮ່ວມ ສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 30 (COP30) ຢູ່ Belém, ບຣາຊິນ, ວັນທີ 18 ພະຈິກ, ຫວຽດນາມ ໄດ້ເຂົ້າເປັນສະມາຊິກທາງການຂອງ “ສະຫະພັນບັນດາປະເທດນຳໜ້າໃນການຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານ” (ACF).

ກ່າວຄຳເຫັນທີ່ກອງປະຊຸມຂັ້ນລັດຖະມົນຕີຂອງສະຫະພັນ, ທ່ານ ເລກົງແທັ່ງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ເລື່ອງເຂົ້າຮ່ວມ ACF ໄດ້ຊ່ວຍຊຸກຍູ້ນະວັດຕະກຳ, ລະດົມການໜູນຊ່ວຍດ້ານເຕັກນິກ ແລະ ແຫຼ່ງກຳລັງການເງິນໃຫ້ແກ່ຂະແໜງກະສິກຳ, ພ້ອມກັນນັ້ນ, ກໍ່ໄດ້ສ້າງໂອກາດເພື່ອໃຫ້ ຫວຽດນາມ ແບ່ງປັນບົດຮຽນຂອງຕົນ ແລະ ຮ່ຳຮຽນເອົາບົດຮຽນຈາກບັນດາສະມາຊິກອື່ນໃນວິວັດການຫັນປ່ຽນລະບົບກະສິກຳ ແລະ ທັນຍາຫານ, ສະບຽບອາຫານ.

ບັນດາຫຼັກການຕົ້ນຕໍຂອງສະຫະພັນ ແມ່ນຮັບປະກັນວິວັດການຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານ ເພື່ອນຳມາເຊິ່ງການປ່ຽນແປງທີ່ຕັ້ງໜ້າ.

TAG
VOV/VOVworld/ກຳ​ລັງ/​ການ​ເງິນ​/ຂະ​ແໜງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ