logo

ຫວຽດນາມ ເຂົ້າຮ່ວມຫຼາຍການເຄື່ອນໄຫວຢູ່ IPU -151

2025/10/23 | 09:09:53
(VOVWORLD) -  ຄະນະຜູ້ແທນ ຫວຽດນາມ ກໍ່ຕັ້ງໜ້າເຂົ້າຮ່ວມກ່າວຄຳເຫັນຢູ່ບັນດາວາລະປະຊຸມຂອງຄະນະກຳມະການສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແລະ ຂອງຄະນະກຳມະການການພັດທະນາແບບຍືນຍົງ.
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປະຊຸມ
(ພາບ: TTXVN)

        ແຕ່ວັນທີ 19 – 23 ຕຸລາ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ, ໂດຍທ່ານ ເລເຕິນເຕີຍ, ຫົວໜ້າກຳມາທິການປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ ເປັນຫົວໜ້າຄະນະ, ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາໂລກຄັ້ງທີ 151 (IPU-151) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ເຊີແນວ, ປະເທດ ສະວິດ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ທ່ານ ເລເຕິນເຕີຍ ໄດ້ເນັ້ນໜັກເຖິງບັນດາສິ່ງທ້າທາຍທີ່ສັບສົນປະຈຸບັນໃນໂລກ ແລະ ຍົກອອກຂໍ້ສະເໜີຈຳນວນໜຶ່ງ, ຄື: ບັນດາລັດຖະສະພາຕ້ອງສືບຕໍ່ສ້າງກອບນິຕິກຳແຫ່ງຊາດກ່ຽວກັບການປົກປ້ອງມະນຸດໃນບັນດາສະພາບການສຸກເສີນ ແລະ ວິກິດການໃຫ້ສົມບູນແບບ; ຕ້ອງຈັດແບ່ງແຫຼ່ງກຳລັງໃຫ້ເໝາະສົມແກ່ບັນດາໂຄງການອຸປະຖຳ ແລະ ການຟື້ນຟູ, ສ້າງສາຄືນໃໝ່ພາຍຫຼັງໄພພິບັດ; ຕ້ອງເພີ່ມທະວີການຕິດຕາມກວດກາການປະຕິບັດບັນດາຄຳໝັ້ນສັນຍາມະນຸດສະທຳສາກົນ. ສຸດທ້າຍແມ່ນ, ບັນດາລັດຖະສະພາຕ້ອງເພີ່ມທະວີການຮ່ວມມືເຊິ່ງກັນແລະກັນ, ເປັນເຈົ້າການຊຸກຍູ້ການເຈລະຈາ, ແບ່ງປັນບົດຮຽນ.

        ຄະນະຜູ້ແທນ ຫວຽດນາມ ກໍ່ຕັ້ງໜ້າເຂົ້າຮ່ວມກ່າວຄຳເຫັນຢູ່ບັນດາວາລະປະຊຸມຂອງຄະນະກຳມະການສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແລະ ຂອງຄະນະກຳມະການການພັດທະນາແບບຍືນຍົງ.

TAG
VOV/VOVworld/​ປົກ​ປ້ອງ​/ມະ​ນຸດ​/ສຸກ​ເສີນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ