logo

ຫວຽດ​ນາມ ເຂົ້າ​ຮ່ວ​ມ​ເວ​ທີ​ປາ​ໄສ ການ​ເມືອງ ອາ​ຊີ - ເອີ​ຣົບ ຄັ້ງ​ທີ 6 ຢູ່ ຮຸງ​ກາ​ຣີ

2025/11/30 | 10:00:26
(VOVWORLD) - ນັບແຕ່ວັນທີ 27 – 29 ພະຈິກ, ຢູ່ນະຄອນ Budapest, ຮຸງກາຣີ ໄດ້ດຳເນີນກອງປະຊຸມຄັ້ງທີ 6 ເວທີປາໄສການເມືອງ ອີຊີ - ເອີຣົບ (AEPF) ດ້ວຍຫົວຂໍ້ “ສັນຕິພາບ ແລະ ປະຊາທິປະໄຕຢູ່ທະວີບ ອາຊີ - ເອີຣົບ”.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີ ບຸ່ຍເລຖາຍ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VOV5)

ໃນກອງປະຊຸມ, ບັນດາພັກໄດ້ຖືວ່າ ສະພາບການໂລກພວມມີການຜັນແປຢ່າງສັບສົນ, ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ສະພາບການເມືອງຢູ່ຫຼາຍປະເທດ ແລະ ບັນຫາຮ່ວມມືສາກົນ. ເອີຣົບ ພວມປະສົບກັບສິ່ງທ້າທາຍຫຼາຍຢ່າງ ຍ້ອນບັນດາການແຜນແປທາງດ້ານພູມີສາດການເມືອງ ພວມເກີດຂຶ້ນຢູ່ພາກພື້ນ. ບັນດາຜູ້ແທນຕີລາຄາສູງເວທີປາໄສດ້ວຍບົດບາດເປັນຂົວຕໍ່ຊຸກຍູ້ການຮ່ວມມື ອາຊີ - ເອີຣົບ, ຮັບຮູ້ຄວາມມານະພະຍາຍາມຂອງ ຄະນະປະຈຳກອງປະຊຸມສາກົນບັນດາພັກການເມືອງ ອາຊີ ແລະ ບັນດາພັກສະມາຊິກ ລັດຖະສະພາ ເອີຣົບ ສືບຕໍ່ເພີ່ມທະວີການຮ່ວມມື, ແບ່ງປັນ, ປະກອບສ່ວນສືບຕໍ່ຍົກສູງບັນດາຫຼັກການພື້ນຖານຂອງກົດບັດ ສປຊ, ຈິດໃຈເຄົາລົບເຊິ່ງກັນ ແລະ ກັນ, ເຄົາລົບກົດໝາຍສາກົນ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໃນໄລຍະເຂົ້າຮ່ວມກອງປະຊຸມ, ຫວຽດນາມ ໄດ້ດຳເນີນການພົບປະສອງຝ່າຍກັບຫຼາຍຄູ່ຮ່ວມມືສາກົນ ເພື່ອແນໃສ່ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ. ທ່ານປະທານກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ຮຸງກາຣີ ສະແດງຄວາມປາດຖະໜາຢາກຮ່ວມມືລະຫວ່າງສອງພັກກຳອຳນາດ, ສອງລັດຖະບານ ສືບຕໍ່ພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າອີກໃນໄລຍະຈະມາເຖິງ.

VOV ເຊັກໂກ

TAG
VOV/VOVworld/ຊຸກຍູ້ການຮ່ວມມື ອາຊີ - ເອີຣົບ/ເວ​ທີ​ປາ​ໄສ ການ​ເມືອງ ອາ​ຊີ - ເອີ​ຣົບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ