logo

ຫວຽດ​ນາມ ເຄົາ​ລົບນັບ​ຖື​ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ຂອງກອງ​ທຶນ​ຊ່ວຍ​ເຫຼືອ​ສຸກ​ເສີນ ຂຶ້ນ​ກັບ ສ​ປ​ຊ

2025/12/11 | 09:25:32
(VOVWORLD) - ວັນທີ 10 ທັນວາ, ຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (OCHA), ໄດ້ຈັດເຫດການຂັ້ນສູງກ່ຽວກັບຄຳໝັ້ນສັນຍາປະກອບສ່ວນໃຫ້ແກ່ກອງທຶນຊ່ວຍເຫຼືອສຸກເສີນສູນກາງ (CARF) ຢູ່ສຳນັກງານ ສປຊ ທີ່ ນິວຢອກ.
ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ,  ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

 ເຫດການດັ່ງກ່າວມີການເຂົ້າຮ່ວມຂອງທ່ານ Antonio Guterres  ເລຂາທິການໃຫຍ່ ສປຊ ພ້ອມກັບຜູ້ຕາງໜ້າບັນດາປະເທດສະມາຊິກ ແລະ ບັນດາຄູ່ຮ່ວມມືມະນຸດສະທຳສາກົນ.

ເມື່ອກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນວ່່າ ໃນ 2 ປີຢ່າງລຽນຕິດ, ຕໍ່ໜ້າຜົນກະທົບຂອງບັນດາຮູບແບບໄພພິບັດທຳມະຊາດຢ່າງຮ້າຍແຮງນັ້ນ, ຫວຽດນາມ ໄດ້ຮັບບັນດາບ້ວງເງິນຊ່ວຍເຫຼືອສຸກເສີນຈາກ CERF, ໃນນັ້ນມີ 2,6 ລ້ານ USD ຫາກໍ່ໄດ້ປະກາດ, ອັນໄດ້ຊ່ວຍໃຫ້ຜັນຂະຫຍາຍບັນດາການເຄື່ອນໄຫວກູ້ໄພກູ້ຊີບທີ່ຈຳເປັນໃຫ້ແກ່ປະຊາຊົນຢູ່ເຂດຖືກຜົນກະທົບຢ່າງທັນການ. ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມເຄົາລົບນັບຖື ແລະ ຕີລາຄາສູງ CERF, ບັນດາອົງການ ສປຊ ແລະ ອົງການຈັດຕັ້ງຕ່າງປະເທດທີ່ໃຫ້ການຊ່ວຍເຫຼືອ ຫວຽດນາມ ຢ່າງທັນການ, ມີປະສິດທິຜົນ. ທ່ານກໍຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບ CERF ບົນຈິດໃຈສາມັກຄີ ແລະ ແບ່ງປັນຄວາມຮັບຜິດຊອບລວມ.



TAG
VOV/VOVworld/ກອງ​ທຶນ​ຊ່ວຍ​ເຫຼືອ​ສຸກ​ເສີນ​ສູນ​ກາງ/ເຄົາ​ລົບ​ນັບ​ຖື

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ