logo

ຫວຽດ​ນາມ ເຊີດ​ຊູ 118 ນັກ​ທຸ​ລະ​ກິດ - ວິ​ສາ​ຫະ​ກິດ ທັງ​ລອງ ປີ 2025

2025/12/23 | 10:34:53
(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ສະເໜີວິສາຫະກິດ, ນັກທຸລະກິດນະຄອນຫຼວງ ຍົກສູງຄວາມສາມາດໃນການບໍລິຫານ, ຫັນການເຄື່ອນໄຫວເປັນໂປ່ງໄສ, ສ້າງຍຸດທະສາດພັດທະນາໄລຍະຍາວ, ປະສິດທິຜົນແຫ່ງການດຳເນີນທຸລະກິດຕ້ອງຕິດພັນ ກັບຄວາມຮັບຜິດຊອບຕໍ່ສັງຄົມ.
ອບໃບຍ້ອງຍໍຂອງຄະນະກຳມະການປະຊາຊົນຮ່າໂນ້ຍໃຫ້ແກ່ສ່ວນບຸກຄົນ, ວິສາຫະກິດທີ່ເປັນແບບຢ່າງທີ່ດີ (ພາບ: baotintuc.vn)

ຕອນຄ່ຳວັນທີ 22 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເຊີດຊູນັກທຸລະກິດ - ວິສາຫະກິດທັງລອງປີ 2025. ນີ້ແມ່ນເຫດການປະຈຳປີ ຂອງນະຄອນຫຼວງ ເພື່ອແນໃສ່ຮັບຮູ້, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກທຸລະກິດ, ວິສາຫະກິດທີ່ມີການປະກອບສ່ວນຢ່າງດີເດັ່ນໃຫ້ແກ່ການພັດທະນາເສດຖະກິດ ສັງຄົມຂອງນະຄອນຫຼວງ ແລະ ປະເທດຊາດ.

ກ່າວຄຳເຫັນນະທີ່ນີ້, ທ່ານຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ສະເໜີວິສາຫະກິດ, ນັກທຸລະກິດນະຄອນຫຼວງ ຍົກສູງຄວາມສາມາດໃນການບໍລິຫານ, ຫັນການເຄື່ອນໄຫວເປັນໂປ່ງໄສ, ສ້າງຍຸດທະສາດພັດທະນາໄລຍະຍາວ, ປະສິດທິຜົນແຫ່ງການດຳເນີນທຸລະກິດຕ້ອງຕິດພັນ ກັບຄວາມຮັບຜິດຊອບຕໍ່ສັງຄົມ, ກຳນົດວິທະຍາສາດເຕັກໂນໂລຢີ ແມ່ນພື້ນຖານ, ແມ່ນກຳລັງໜູນເພື່ອພັດທະນາ, ເປັນເຈົ້າການເຂົ້າຮ່ວມລະບົບຕ່ອງໂສ້ຄຸນຄ່າທົ່ວໂລກຢ່າງເລິກເຊິ່ງກ່ວາອີກ, ຕອບສະໜອງບັນດາມາດຕະຖານສາກົນ. ທ່ານໃຫ້ຮູ້ວ່າ:

ລັດຖະບານ ຫວຽດນາມ ຍາມໃດກໍ່ກຳນົດວິສາຫະກິດແມ່ນໃຈກາງຂອງວິວັດການພັດທະນາ, ແມ່ນເປົ້າໝາຍຮັບໃຊ້ ແລະ ຮ່ວມເດີນທາງ, ກໍ່ສ້າງ. ດ້ວຍມູນເຊື້ອທັງລອງ - ຮ່າໂນ້ຍ, ດ້ວຍພູມປັນຍາ, ຄຸນທາດແລະ ຄວາມມຸ່ງຫວັງບືນຕົວຂຶ້ນຂອງຖັນແຖວນັກທຸລະກິດ, ຂ້າພະເຈົ້າເຊື່ອໝັ້ນວ່າ ວົງຄະນະຍາດວິສາຫະກິດນະຄອນຫຼວງ ຈະສືບຕໍ່ພັດທະນາຢ່າງແຮງ, ປະກອບສ່ວນນັບມື້ນັບຫຼາຍໃຫ້ແກ່ພາລະກິດແຫ່ງການພັດທະນາໂດຍໄວ ແລະ ຍືນຍົງຂອງປະເທດຊາດ

TAG
VOV/VOVworld/ຮ່າ​ໂນ້ຍ/ນັກ​ທຸ​ລະ​ກິດ/ວິ​ສາ​ຫະ​ກິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ