logo

ຫວຽດນາມ ເປັນປະທານກອງປະຊຸມປຶກສາຫາລືສປຊ ກ່ຽວກັບກອງປະຊຸມສຳຫຼວດກວດຄືນຕີລາຄາສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍຄັ້ງທີ 11

2025/10/8 | 09:39:01
(VOVWORLD) - ເລື່ອງຮັບດຳລົງຕຳແໜ່ງປະທານກອງປະຊຸມສຳຫຼວດກວດຄືນຕີລາຄາ NPT ແມ່ນໜ້າທີ່ສຳຄັນ, ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ວິວັດທະນາການ NPT ເວົ້າສະເພາະ ແລະ ບັນດາຄວາມມານະພະຍາຍາມຫຼຸດຜ່ອນກຳລັງອາວຸດ, ຕ້ານການເຜີຍແຜອາວຸດນິວເຄຼຍເວົ້າລວມ.
(ທີ່ກອງປະຊຸມ)

        ວັນທີ 06 ຕຸລາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໃນຖານະເປັນປະທານທີ່ແຕ່ງຕັ້ງຂອງກອງປະຊຸມສຳຫຼວດກວດຄືນຕີລາຄາສົນທິສັນຍາບໍ່ແຜຂະຫຍາຍອາວຸດນິວເຄຼຍ (NPT) ຄັ້ງທີ 11, ໄດ້ເປັນປະທານກອງປະຊຸມບໍ່ເປັນທາງການຄັ້ງທຳອິດກັບບັນດາປະເທດສະມາຊິກຂອງສົນທິສັນຍາ. ເຫດການເພື່ອແນໃສ່ແລກປ່ຽນເບື້ອງຕົ້ນກ່ຽວກັບການກຳນົດທິດ, ບຸລິມະສິດ ແລະ ວິວັດທະນາການໃຫ້ຄຳປຶກສາກະກຽມໃຫ້ກອງປະຊຸມສຳຫຼວດກວດຄືນຕີລາຄາ NPT ຄາດວ່າຈະຈັດຂຶ້ນໃນເດືອນ ເມສາ 2026.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ເນັ້ນໜັກວ່າ, ເລື່ອງຮັບດຳລົງຕຳແໜ່ງປະທານກອງປະຊຸມສຳຫຼວດກວດຄືນຕີລາຄາ NPT ແມ່ນໜ້າທີ່ສຳຄັນ, ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ວິວັດທະນາການ NPT ເວົ້າສະເພາະ ແລະ ບັນດາຄວາມມານະພະຍາຍາມຫຼຸດຜ່ອນກຳລັງອາວຸດ, ຕ້ານການເຜີຍແຜອາວຸດນິວເຄຼຍເວົ້າລວມ. ທ່ານຖືວ່າ, ໃນສະພາບການສາກົນທີ່ຫຍຸ້ງຍາກຄືໃນປະຈຸບັນ ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງ, ແຕ່ກໍ່ເປີດໂອກາດເພື່ອຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນຍິ່ງດັ່ງກ່າວ. ທ່ານຮຽກຮ້ອງໃຫ້ບັນດາປະເທດເສີມຂະຫຍາຍຈິດໃນສ້າງສັນ, ຮ່ວມມື ເພື່ອປັບປຸງບັນດາລະບອບລະບຽບການຫຼຸດຜ່ອນກຳລັງອາວຸດ, ຕ້ານການເຜີຍແຜອາວຸດນິວເຄຼຍໃນທົ່ວໂລກ.

TAG
VOV/VOVworld/NPT/​ສະ​ມາ​ຊິກ​/​ສົນ​ທິ​ສັນ​ຍາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ