logo

ຫວຽດ​ນາມ ເພີ່ມ​ທະ​ວີ​ກົນ​ໄກ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ໃນ​ສະ​ພາບ​ແວດ​ລ້ອມ​ດີ​ຈີ​ຕອນ

2025/12/5 | 09:01:31
(VOVWORLD) - ການເພີ່ມທະວີກົນໄກປົກປ້ອງສິດທິມະນຸດໃນສະພາບແວດລ້ອມດີຈີຕອນ ແມ່ນບຸລິມະສິດຈຸດສຸມຂອງ ຫວຽດນາມ ໃນສັງກາດໃໝ່ ແລະ ແມ່ນສານທີ່ໄດ້ຍົກອອກມາໃນກອງປະຊຸມສຳມະນາວິທະຍາສາດ “ສິດທິມະນຸດໃນສັງກາດດີຈີຕອນ - ທິດສະດີ ແລະ ພຶດຕິກຳຕົວຈິງ”, ໂດຍໄດ້ໄຂຂຶ້ນໃນວັນທີ 05 ທັນວາ, ຢູ່ແຂວງ ລາວກາຍ ຂອງ ຫວຽດນາມ. 
(ພາບປະກອບ: VOV)

ນີ້ແມ່ນເຫດການທີ່ນອນໃນບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງວັນສິດທິມະນຸດໂລກ ຄົບຮອບ 77 ປີ (10/12/1948 - 10/12/2025) ໂດຍຫ້ອງການອົງການປະຈຳຄະນະຊີ້ນຳສິດທິມະນຸດລັດຖະບານ ແລະ ສະຖາບັນສິດທິມະນຸດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສົມທົບກັນຈັດຂຶ້ນ.

        ໃນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືບັນດາກຸ່ມເນື້ອໃນຄື: “ສິດເປັນສ່ວນຕົວ ແລະ ປົກປ້ອງຂໍ້ມູນສ່ວນຕົວ: ເປັນເຈົ້າການທາງດ້ານຂໍ້ມູນ”; “ສິດເສລີໃນການປາກເວົ້າ ແລະ ສິດເຂົ້າເຖິງຂໍ້ມູນ: ການບໍລິຫານພື້ນຖານດີຈີຕອນ”; “ຄວາມສະເໝີພາບ ແລະ ການປົກປ້ອງກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງກວ່າເພິ່ນ: ເຕັກໂນໂລຢີ ເພື່ອເປົ້າໝາຍພັດທະນາແບບຍືນຍົງ”; “ປົກປ້ອງພື້ນຖານແນວຄິດການເມືອງ ແລະ ອະທິປະໄຕດີຈີຕອນແຫ່ງຊາດ”. ບັນດາຜູ້ແທນກໍຢັ້ງຢືນວ່າ ເລື່ອງຮັບປະກັນສິດທິມະນຸດໃນສັງກາດດີຈີຕອນບໍ່ພຽງແຕ່ແມ່ນການເລືອກເຟັ້ນເທົ່ານັ້ນ, ຫາກຍັງແມ່ນຄຳຮຽກຮ້ອງພາວະວິໄສ, ແມ່ນໜ້າທີ່ຍຸດທະສາດຂອງພັກ, ລັດ ແລະ ທົ່ວສັງຄົມອີກດ້ວຍ.

 

TAG
VOV/VOVworld/ວັນສິດທິມະນຸດໂລກ/ປົກ​ປ້ອງ​ສິດ​ທິ​ມະ​ນຸດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ