logo

ຫວຽດນາມ ເພີ່ມທະວີການຮ່ວມມືດ້ານການສຶກສາກັບອົງການລັດຖະມົນຕີກະຊວງສຶກສາບັນດາປະເທດ ອາຊຽນ

2018/7/23 | 11:05:03
(VOVWORLD) - ວັນທີ 23 ກໍລະກົດ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຟຸງຊວນຫຍ້າ
 ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຟຸງຊວນຫຍ້າ ພ້ອມກັບທ່ານປະທານສະພາລັດຖະມົນຕີກະຊວງສຶກສາ ອາຊີຕາເວັນອອກສ່ຽງໃຕ້ (SEAMEO), ລັດຖະມົນຕີກະຊວງສຶກສາ ແລະ ວັດທະນະທຳ ອິນໂດເນເຊຍ Muhadjir Efendy (ພາບ: TTXVN)

ພ້ອມກັບທ່ານປະທານສະພາລັດຖະມົນຕີກະຊວງສຶກສາ ອາຊີຕາເວັນອອກສ່ຽງໃຕ້ (SEAMEO), ລັດຖະມົນຕີກະຊວງສຶກສາ ແລະ ວັດທະນະທຳ ອິນໂດເນເຊຍ Muhadjir Efendy ໄດ້ພົບປະເຈລະຈາກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງລະຫວ່າງ ຫວຽດນາມ ກັບບັນດາປະເທດສະມາຊິກ SEAMEO ເວົ້າລວມ, ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ເວົ້າສະເພາະ.

        ທີ່ການພົບປະເຈລະຈາ, ທ່ານລັດຖະມົນຕີ ຟຸງຊວນຫຍ້າ ໄດ້ຕີລາຄາສູງການໜູນຊ່ວຍຂອງບັນດາສູນ SEAMEO, ພິເສດແມ່ນສູນ QiTep 3 ແຫ່ງຂອງ ອິນໂດເນເຊຍ (ກ່ຽວກັບຄະນິດສາດ, ວິທະຍາສາດ ແລະ ພາສາສາດ).

        ກ່ຽວກັບການພົວພັນ 2 ຝ່າຍກັບ ອິນໂດເນເຊຍ, ທ່ານລັດຖະມົນຕີ ຟຸງຊວນຫຍ້າ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄູອາຈານ ແລະ ນັກຮຽນ; ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນການສຶກສາ, ແລກປ່ຽນບົດຮຽນລະຫວ່າງ 2 ປະເທດ, ຈາກນັ້ນ ສ້າງເງື່ອນໄຂພັດທະນາການເຄື່ອນໄຫວຮ່ວມມືໃນຂົງເຂດການສຶກສາ.


TAG
VOV/VOVworld/ການສຶກສາ/ລັດຖະມົນຕີກະຊວງສຶກສາ/ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ