logo

ຫວຽດ​ນາມ ແນະ​ນຳ​ພິ​ທີ​ເປີດລົງ​ນາມ ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ ທີ່​ສັບ​ປະ​ດາຂັ້ນ​ສູງ ສະ​ມັດ​ຊາດ​ໃຫຍ່ ສ​ປ​ຊ ຊຸດ​ທີ 80

2025/9/23 | 07:36:00
(VOVWORLD) - ໃນບົດບາດແມ່ນປະເທດເຈົ້າພາບຈັດພິທີເປີດການລົງນາມສົນທິສັນຍາ, ຫວຽດນາມ ປາດຖະໜາຢາກໃຫ້ເຫດການກາຍເປັນຂີດໝາຍໃໝ່ໃນການປັບປຸງລັດທິຫຼາຍຝ່າຍ ເວົ້າລວມ ແລະ ການຮ່ວມມືທົ່ວໂລກ ໃນການຕ້ານບັນດາໄພນາບຂູ່ດ້ານຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເວົ້າສະເພາະ. 
ບັນດາຜູ້ແທນເຂົ້າຮ່ວມເຫດການ (ພາບ: chinhphu.vn)

ໃນຂອບເຂດສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 80, ວັນທີ 22 ກັນຍາ, ຢູ່ສຳນັກງານ ສປຊ ທີ່ນິວຢອກ (ອາເມລິກາ), ກະຊວງການຕ່າງປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບຫ້ອງການ ສປຊ ກ່ຽວກັບການປ້ອງກັນຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC), ຮ່ວມກັນຈັດເຫດການ “ເສັ້ນທາງໄປຍັງ ຮ່າໂນ້ຍ: ພິທີລົງນາມສົນທິສັນຍາຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳອິນເຕີເນັດ - ເຊີດຊູລັດທິຫຼາຍຝ່າຍ ເພື່ອອະນາຄົດດີຈີຕອນທີ່ປອດໄພ”.

ກ່າວຄຳເຫັນໄຂເຫດການ, ທ່ານ ເລຮວ່າຍຈຸງ ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ໃນບົດບາດແມ່ນປະເທດເຈົ້າພາບຈັດພິທີເປີດການລົງນາມສົນທິສັນຍາ, ຫວຽດນາມ ປາດຖະໜາຢາກໃຫ້ເຫດການກາຍເປັນຂີດໝາຍໃໝ່ໃນການປັບປຸງລັດທິຫຼາຍຝ່າຍ ເວົ້າລວມ ແລະ ການຮ່ວມມືທົ່ວໂລກ ໃນການຕ້ານບັນດາໄພນາບຂູ່ດ້ານຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເວົ້າສະເພາະ. ນີ້ແມ່ນຄວາມມານະພະຍາຍາມຂອງ ຫວຽດນາມ ໃນວິວັດການກະກຽມຈັດພິທີເປີດການລົງນາມ ແລະ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍບັນດາປະເທດມຸ່ງໄປເຖິງການໃຫ້ສັດຕະຍາບັນ ແລະ ປະຕິບັດສົນທິສັນຍາຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.

TAG
VOV/VOVworld/ຫວຽດ​ນາມ/UNODC/ສະ​ຫະ​ປະ​ຊາ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ