logo

ຫວຽດນາມ ແບ່ງປັນ 3 ຂໍ້ສະເໜີກ່ຽວກັບການປະຕິບັດຄຳໝັ້ນສັນຍາດ້ານການເງິນໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງ

2025/9/25 | 06:31:02
(VOVWORLD) -  ກອງປະຊຸມສຸດຍອດຄັ້ງທີ 1 ກ່ຽວກັບພື້ນຖານເສດຖະກິດທົ່ວໂລກແບບຍືນຍົງ, ກວມລວມ ແລະ ມີກຳລັງຕ້ານທານ: ປະຕິບັດບັນດາຄຳໝັ້ນສັນຍາດ້ານການເງິນໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງ.
ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ກ່າວຄຳເຫັນ ທີ່ກອງປະຊຸມ
(ພາບ: TTXVN)

        ໃນຂອບເຂດບັນດາການເຄື່ອນໄຫວຂອງຄະນະຜູ້ແທນ ຫວຽດນາມ ທີ່ເຂົ້າຮ່ວມວາລະປະຊຸມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 80, ຢູ່ ນິວຢອກ, ປະເທດ ອາເມລິກາ, ວັນທີ 24 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດຄັ້ງທີ 1 ກ່ຽວກັບພື້ນຖານເສດຖະກິດທົ່ວໂລກແບບຍືນຍົງ, ກວມລວມ ແລະ ມີກຳລັງຕ້ານທານ: ປະຕິບັດບັນດາຄຳໝັ້ນສັນຍາດ້ານການເງິນໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງ.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ໄດ້ແບ່ງປັນ 3 ຂໍ້ສະເໜີລະອຽດ, ລວມມີ: ທີໜຶ່ງ, ຖືມະນຸດເປັນໃຈກາງ, ແມ່ນກຳລັງໜູນຂອງທຸກນະໂຍບາຍ ແລະ ຍຸດທະສາດການພັດທະນາເພື່ອບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ; ທີ 2, ການເງິນໃຫ້ແກ່ການພັດທະນາຕ້ອງໄດ້ໃຫ້ບຸລິມະສິດໃຫ້ແກ່ບັນດາກຳລັງໜູນການເຕີບໂຕໃໝ່; ທີ 3, ຮຽກຮ້ອງວິທີສຳຜັດຢ່າງຮອບດ້ານຢູ່ລະດັບພາກພື້ນ ແລະ ທົ່ວໂລກ, ເພີ່ມລະດັບຄວາມໄວການປະຕິຮູບການຄຸ້ມຄອງການເງິນທົ່ວໂລກຕາມທິດໂປ່ງໃສ, ຍຸຕິທຳ ແລະ ກວມລວມກວ່າ, ສົ່ງເສີມການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາລະບອບລະບຽບການພາກພື້ນ, ພິເສດແມ່ນບັນດາລະບອບລະບຽບການໂດຍບັນດາປະເທດທາງທິດໃຕ້ນຳພາ.

TAG
VOV/VOVworld/ກຳ​ລັງ​ໜູນ/ນະ​ໂຍ​ບາຍ/ຍຸດ​ທະ​ສາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ