logo

ຫວຽດ​ນາມ ແບ່ງ​ປັນ​ການ​ກຳ​ນົດ​ທິດ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ​ໃນ​ຂອບ​ເຂດ BRICS

2025/12/4 | 08:24:01
(VOVWORLD) - ກອງປະຊຸມມີຫົວຂໍ້ວ່າ “ຍຸດທະສາດແຫ່ງຊາດ ແລະ ພາກພື້ນ ກ່ຽວກັບການຕໍ່ສູ້ຕ້ານລັດທິການກໍ່ການຮ້າຍໃນເງື່ອນໄຂເກີດບັນດາສິ່ງທ້າທາຍ ແລະ ໄພນາບຂູ່ໃໝ່ຂຶ້ນຕື່ມອີກ”. 
ທ່ານ ຟ້າມເທ້ຕຸງ ຮອງລັດຖະມົນຕີກະຊວງຕຳຫຼວດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV )

ໂດຍຕອບຮັບຄຳເຊື້ອເຊີນຂອງກະຊວງການຕ່າງປະເທດ ສະຫະພັນ ລັດເຊຍ, ຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດ ຫວຽດນາມ ໂດຍທ່ານ ຟ້າມເທ້ຕຸງ ຮອງລັດຖະມົນຕີກະຊວງຕຳຫຼວດ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມກອງປະຊຸມຕ້ານການກໍ່ການຮ້າຍ ຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ປີ 2025 ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ ນັບແຕ່ວັນທີ 3 – 4 ທັນວາ 2025.

ກອງປະຊຸມມີຫົວຂໍ້ວ່າ “ຍຸດທະສາດແຫ່ງຊາດ ແລະ ພາກພື້ນ ກ່ຽວກັບການຕໍ່ສູ້ຕ້ານລັດທິການກໍ່ການຮ້າຍໃນເງື່ອນໄຂເກີດບັນດາສິ່ງທ້າທາຍ ແລະ ໄພນາບຂູ່ໃໝ່ຂຶ້ນຕື່ມອີກ”. ນີ້ແມ່ນຂໍ້ລິເລີ່ມໂດຍສະຫະພັນ ລັດເຊຍ ເປັນເຈົ້າພາບຈັດຂຶ້ນຄັ້ງທຳອິດ, ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 23 ປະເທດສະມາຊິກ ແລະ ຄູ່ຮ່ວມມືຂອງ BRICS, ບັນດານັກຊ່ຽວຊານ, ນັກຮຽນຮູ້ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນຈຳນວນໜຶ່ງ.

ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ, ທ່ານຮອງລັດຖະມົນຕີ ຟ້າມເທ້ຕຸ່ງ ຢັ້ງຢືນວ່າ  ຫວຽດນາມ ປະຕິບັດ ທັດສະນະຢຶດໝັ້ນການກ່າວປະນາມ ແລະ ຕ້ານທຸກການກະທຳການກໍ່ການຮ້າຍ ຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນບັນດາມາດຕະການເພື່ອລົບລ້າງການກໍ່ການຮ້າຍອອກຈາກຊີວິດຂອງມວນມະນຸດ.      


TAG
VOV/VOVworld/ຫວຽດ​ນາມ/BRICS

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ