logo

ຫວຽດນາມ ແບ່ງປັນບົດຮຽນໃນການພັດທະນາການທ່ອງທ່ຽວແບບຍືນຍົງທີ່ເວທີປາໄສສາກົນ

2025/10/13 | 09:25:21
(VOVWORLD) - ການທ່ອງທ່ຽວຊີວະພາບໄດ້ຊ່ວຍປົກປັກຮັກສາສິ່ງແວດລ້ອມ ຜ່ານການສ້າງແຫຼ່ງການເງິນໂດຍກົງໃຫ້ແກ່ການປົກປັກຮັກສາລະບົບຊີວະພາບ, ຊີວະສາດນາໆພັນ
(ທ່ານນາງ Tatiana Pugh, ຮອງລັດຖະມົນຕີການຕ່າງປະເທດ ເວເນຊູເອລາ ຖ່າຍຮູບພ້ອມກັບຄະນະຜູ້ແທນ ຫວຽດນາມ)

ເມື່ອກ່າວບົດປະກອບຄຳເຫັນໃນວາລະອັດກອງປະຊຸມໃຫຍ່ໂລກຄັ້ງທີ 1 ກ່ຽວກັບການທ່ອງທ່ຽວຄົ້ນຫາຊີວິດຂອງນົກໃນປາ (Congreso Mundial de Aviturismo) ຢູ່ເວນາຊູເອລາ ໃນວັນທີ 12 ຕຸລາ, ຜູ້ຕາງໜ້າຄະນະຜູ້ແທນ ຫວຽດນາມ, ນັກຄົ້ນຄວ້າກ່ຽວກັບນົກ ຫງວຽນຮວາຍບາວ, ເນັ້ນໜັກເຖິງບົດບາດຂອງເຂດທ່ອງທ່ຽວຊີວະພາບໃນວິວັດການຊຸກຍູ້ພັດທະນາເສດຖະກິດ - ສັງຄົມ, ນຳມາເຊິ່ງແຫຼ່ງລາຍຮັບເປັນປົກກະຕິໃຫ້ແກ່ຊາວທ້ອງຖິ່ນ.

ຕາມທ່ານ ຫງວຽນຮວ່າຍບາວ, ການທ່ອງທ່ຽວຊີວະພາບໄດ້ຊ່ວຍປົກປັກຮັກສາສິ່ງແວດລ້ອມ ຜ່ານການສ້າງແຫຼ່ງການເງິນໂດຍກົງໃຫ້ແກ່ການປົກປັກຮັກສາລະບົບຊີວະພາບ, ຊີວະສາດນາໆພັນ ແລະ ຍົກສູງຄວາມຮັບຮູ້ຂອງປະຊາຄົມກ່ຽວກັບການປົກປັກຮັກສາຊັບພະຍາກອນ. ຫວຽດນາມ ພ້ອມແລ້ວຈະແບ່ງປັນກັບປະຊາຄົມທ່ອງທ່ຽວຊີວະພາບທົ່ວໂລກກ່ຽວກັບບົດຮຽນການພັດທະນາທ່ອງທ່ຽວ “ສີຂຽວ", ທ່ອງທ່ຽວມີຄວາມຮັບຜິດຊອບ, ການເຄື່ອນໄຫວອີງໃສ່ທຳມະຊາດ ແລະ ວັດທະນະທຳທ້ອງຖິ່ນ ເພື່ອມຸ່ງໄປເຖິງເປົ້າໝາຍການພັດທະນາແບບຍືນຍົງ.

TAG
VOV/VOVworld/ນັກຄົ້ນ​ຄວ້າ/ນົກ/ປະ​ຊາ​ຄົມ/​ທ່ອງ​ທ່ຽວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ