logo

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຢູ່ໃຈກາງບັນດາການຫັນປ່ຽນທົ່ວໂລກ

2026/1/18 | 08:52:06
(VOVWORLD) -  ນີ້ແມ່ນການຮັບຮູ້ທີ່ໜ້າສົນໃຈຕໍ່ບັນດາບາດກ້າວຂອງ ຫວຽດນາມ, ສ້າງເງື່ອນໄຂສະດວກໃຫ້ແກ່ການໜູນຊວ່ຍບັນດາບ້ວງເງິນລົງທຶນຜະລິດ ແລະ ນະວັດຕະກຳ ປະກອບສ່ວນຊຸກຍູ້ການເຕີບໂຕແບບຍືນຍົງຂອງພື້ນຖານເສດຖະກິດ.
ທ່າກຳປັ່ນສາກົນ ເຕິນກາງ - ກາຍແມັບ
(ພາບປະກອບ: TTXVN)

ເມື່ອແລກປ່ຽນກັບນັກຂ່າວຢູ່ ປາຣີ ຫວ່າງມໍ່ໆມານີ້, ທ່ານ Serge Degallaix, ອະດີດອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ ຖືວ່າ ນະໂຍບາຍຫັນເປັນທັນສະໄໝ, ເປີດປະຕູ ແລະ ປະຕິຮູບຂອງ ຫວຽດນາມ ໃນໄລຍະ 40 ປີຜ່ານມາ ໄດ້ ແລະ ພວມເສີມຂະຫຍາຍຢ່າງມີປະສິດທິຜົນ. ສິ່ງດັ່ງກ່າວໄດ້ສະແດງອອກຢ່າງລະອຽດຜ່ານລະດັບການເຕີບໂຕດ້ານເສດຖະກິດໃນປີ 2025 ລື່ນ 8% ແລະ ບັນດາແງ່ຫວັງທີ່ຕັ້ງໜ້າໃຫ້ແກ່ໄລຍະຕໍ່ໄປ.

ທ່ານ Serge Degallaix ເນັ້ນໜັກວ່າ ເລື່ອງອົງການສາກົນຄຸ້ມຄອງບັນດາດັດຊະນີຕົວເລກການເງິນ (FTSE Russell) ໄດ້ເພີ່ມຫຍັບຂຶ້ນຂອງ ຫວຽດນາມ ຂຶ້ນເປັນກຸ່ມຕະຫຼາດ “ຫາກໍ່ພົ້ນເດັ່ນ”, ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ກັນຍາ 2026. ນີ້ແມ່ນການຮັບຮູ້ທີ່ໜ້າສົນໃຈຕໍ່ບັນດາບາດກ້າວຂອງ ຫວຽດນາມ, ສ້າງເງື່ອນໄຂສະດວກໃຫ້ແກ່ການໜູນຊວ່ຍບັນດາບ້ວງເງິນລົງທຶນຜະລິດ ແລະ ນະວັດຕະກຳ ປະກອບສ່ວນຊຸກຍູ້ການເຕີບໂຕແບບຍືນຍົງຂອງພື້ນຖານເສດຖະກິດ.

ຕາມການຕີລາຄາຂອງທ່ານແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມູນິດ ຫວຽດນາມ ແມ່ນໂອກາດສຳຄັນເພື່ອໃຫ້ ຫວຽດນາມ ຢືນຢັນຄືນໃໝ່ຄວາມຕັດສິນໃຈສືບຕໍ່ເລືອກເອົາເສັ້ນທາງພັດທະນາທີ່ໄດ້ຄັດເລືອກ, ແນໃສ່ຫັນບັນດາທ່າແຮງທີ່ມີຢູ່ແລ້ວໃຫ້ໄດ້ຫຼາຍສຸດ.

TAG
VOV/VOVworld/ຮັບຮູ້/ໜ້າສົນໃຈ/ບາດກ້າວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ