logo

ຫ​ວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ EU ຢູ່​ພາກ​ພື້ນ

2025/10/10 | 08:00:11
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນບົດບາດທົ່ວໂລກຂອງ EU, ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ EU, ໃນນັ້ນມີຂໍ້ລິເລີ່ມປະຕູເຂົ້າອອກທົ່ວໂລກ. 
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ  ແລະ ທ່ານນາງ Kaja Kallas ຮອງປະທານຄະນະກຳມະການເອີລົບ (EC) (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສປະຕູເຂົ້າອອກທົ່ວໂລກຄັ້ງທີ 2 ນັບແຕ່ວັນທີ 9 – 10 ຕຸລາ, ຢູ່ ປະເທດ ແບນຊິກ, ໃນວັນທີ 9 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ໄດ້ເຮັດວຽກກັບທ່ານນາງ Kaja Kallas ຮອງປະທານຄະນະກຳມະການເອີລົບ (EC) ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບ ເອີລົບ (EU) ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ , ຢູ່ສຳນັກງານອົງການການຕ່າງປະເທດ ສະຫະພາບ ເອີລົບ (EEAS).

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນບົດບາດທົ່ວໂລກຂອງ EU, ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ EU, ໃນນັ້ນມີຂໍ້ລິເລີ່ມປະຕູເຂົ້າອອກທົ່ວໂລກ. ໂດຍໃຫ້ຂໍ້ສັງເກດກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນເສົາຄ້ຳສຳຄັນໃນການພົວພັນ, ທ່ານຮອງນາຍົກລັດຖະມົນຕີ ສະເໜີ EU ຊຸກຍູ້ບັນດາປະເທດສະມາຊິກໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVFTA) ໂດຍໄວ, ຜ່ານນັ້ນ ກໍ່ປົກປ້ອງສິດຜົນປະໂຫຍດ ແລະ ສົ່ງເສີມວິສາຫະກິດເອີລົບມາລົງທຶນເຂົ້າບັນດາໂຄງການຈຸດສຸມຂອງ ຫວຽດນາມ.

ສ່ວນທ່ານນາງ Kaja Kallas ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ EU ຢູ່ ພາກພື້ນ, ທ່ານໃຫ້ຮູ້ວ່າ EU ກໍ່ປາດຖະໜາຢາກເປີດກວ້າງການຮ່ວມມືໃນບັນດາຂົງເຂດຮັບໃຊ້ການພັດທະນາເສດຖະກິດໃນສະພາບການສອງຝ່າຍມຸ່ງໄປເຖິງການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

TAG
VOV/VOVworld/ຫ​ວຽດ​ນາມ/EU/ເອີ​ລົບ/ການ​ຮ່ວມ​ມື

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ