logo

ຫວຽດ​ນາມ ແລະ EU ປະ​ສານ​ສົມ​ທົບ​ເພື່ອ​ຜັນ​ຂະ​ຫຍາຍ​ສັນ​ຍາ​ການ​ຄ້າ​ເສ​ລີ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

2025/11/28 | 11:48:23
(VOVWORLD) - ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ວິສາຫະກິດເອີລົບທີ່ ມາລົງທຶນຢູ່ ຫວຽດນາມ ໃນບັນດາໂຄງການເຕັກໂນໂລຢີສູງ, ປັນຍາປະດິດ, ຊິບເຄິ່ງຊັກນຳໄຟຟ້າ, ການເຕີບໂຕສີຂຽວ, ພະລັງງານທົດແທນ, ພື້ນຖານໂຄງລ່າງຄົມມະນາຄົມ ແລະ ສິ່ງແວດລ້ອມ, ຕົວເມືອງ ອັດສະລິຍະ, ເສດຖະກິດທະເລ…
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການຕ້ອນຮັບ (ພາບ: VOV)

ຕອນບ່າຍວັນທີ 27 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາດຳເນີນທຸລະກິດ ສະຫະພາບເອີລົບ - ອາຊຽນ (EU - ABC) ແລະ ສະມາຄົມວິສາຫະກິດເອີລົບ ຢູ່ ຫວຽດນາມ (ERuocham), ພ້ອມກັບວິສາຫະກິດສຳຄັນແຖວໜ້າຂອງສະຫະພາບ ເອີລົບ (EU) ເກືອບ 40 ແຫ່ງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເໜີ EU ແລະ ວົງຄະນະຍາດວິສາຫະກິດ EU ສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ຢ່າງມີປະສິດທິຜົນ, ເປີດປະຕູໃຫ້ແກ່ຕະຫຼາດຂອງກັນຫຼາຍກ່ວາອີກ. ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ວິສາຫະກິດເອີລົບທີ່ ມາລົງທຶນຢູ່ ຫວຽດນາມ ໃນບັນດາໂຄງການເຕັກໂນໂລຢີສູງ, ປັນຍາປະດິດ, ຊິບເຄິ່ງຊັກນຳໄຟຟ້າ, ການເຕີບໂຕສີຂຽວ, ພະລັງງານທົດແທນ, ພື້ນຖານໂຄງລ່າງຄົມມະນາຄົມ ແລະ ສິ່ງແວດລ້ອມ, ຕົວເມືອງ ອັດສະລິຍະ, ເສດຖະກິດທະເລ… ກ່ຽວກັບບັນຫາ ບັດເຫຼືອງ IUU, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:

ພວກຂ້າພະເຈົ້າພວມປະຕິບັດວຽກງານນີ້ຢ່າງຂ້ຽວຂາດ. ປັດຈຸບັນ ບັນດາຄະນະປະຕິບັດງານພວມໄປທຸກແຂວງ, ນະຄອນເພື່ອສຳຫຼວດກວດຄືນວຽກງານຄືນໃໝ່ຕາມການສະເໜີແນະຂອງ EC. ບັນດາຂໍ້ກ່າວເຕືອນ ຂອງ EC ພວກຂ້າພະເຈົ້າລ້ວນແຕ່ປະຕິບັດ. ປັດຈຸບັນ, ສາມາດຕອບສະໜອງໄດ້ໂດຍພື້ນຖານແລ້ວ. ພວກຂ້າພະເຈົ້າເຮັດຕັ້ງໜ້າທີ່ສຸດ. ຂ້າພະເຈົ້າສະເໜີບັນດາທ່ານປະກອບສຽງເວົ້າເພື່ອຍົກເລີກບັດເຫຼືອງ IUU. ນີ້ແມ່ນໜຶ່ງໃນບັນດາຂໍ້ຕັດຂັດໃນການພົວພັນດ້ານເສດຖະກິດຂອງພວກເຮົາ.

ສ່ວນທ່ານ Jens Rübbert, ປະທານ EU – ABC ໃຫ້ຮູ້ວ່າບັນດາວິສາຫະກິດເອີລົບຕີລາຄາສູງທີ່ສຸດຕໍ່ກັບຄຳໝັ້ນສັນຍາຂອງ ຫວຽດນາມ ກ່ຽວກັບລະດັບການເປີດຕະຫຼາດ, ສືບຕໍ່ປັບປຸງການບໍລິຫານ ແລະ ພື້ນຖານເສດຖະກິດ, ການຮັກສາສະຖຽນລະພາບແຫ່ງຊາດ, ກຳລັງຄວາມສາມາດໃນການແກ້ງແຍ້ງກ່ຽວກັບການການສົ່ງອອກ, ວິວັດການຫັນເປັນດີຈີຕອນ ແລະ ສີຂຽວໂດຍໄວ ພວມເພີ່ມຖານະບົດບາດຂອງ ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ນັດພົບແຖວໜ້າໃນອາຊຽນ ຂອງວິສາຫະກິດ ຕ່າງປະເທດ, ໃນນັ້ນມີວິສາຫະກິດ EU.

TAG
VOV/VOVworld/ຫວຽດ​ນາມ/EU

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ