logo

ຫວຽດນາມ ແລະ UAE ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃຫ້ແທດຈິງ

2025/11/19 | 11:04:36
(VOVWORLD) - ທ່ານພົນໂທ ຮວ່າງຊວັນຈຽນ, ສະເໜີໃຫ້ 2 ຝ່າຍເພີ່ມທະວີການທາບທາມຄວາມເຫັນດ້ານປ້ອງກັນຊາດ, ຈັດການໂອ້ລົມສົນທະນາດ້ານນະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ
ທີ່ການການພົບປະສົນທະນາ
(ພາບ: qdnd.vn)

ໃນຂອບເຂດການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມງານວາງສະແດງການບິນສາກົນ Dubai Airshow 2025 ຢູ່ ສະຫະລັດອາຣັບເອັມມີເຣດ (UAE), ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບ ທ່ານພົນຕີ Ibrahim Nasser Al-Alawi, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ UAE.

ຢູ່ທີ່ນີ້, ທ່ານພົນໂທ ຮວ່າງຊວັນຈຽນ, ສະເໜີໃຫ້ 2 ຝ່າຍເພີ່ມທະວີການທາບທາມຄວາມເຫັນດ້ານປ້ອງກັນຊາດ, ຈັດການໂອ້ລົມສົນທະນາດ້ານນະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ຊຸກຍູ້ການລົງນາມໃນບົດບັນທຶກການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ; ເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ; ພ້ອມກັນນັ້ນ, ທ່ານກໍ່ສະເໜີໃຫ້ກະຊວງປ້ອງກັນປະເທດ UAE ເອົາໃຈໃສ່ຊຸກຍູ້ການສ້າງຕັ້ງຫ້ອງການທີ່ປຶກສາຝ່າຍທະຫານ ຫວຽດນາມ ປະຈຳ UAE. ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວັນຈຽນ ກໍ່ໄດ້ເຊື້ອເຊີນ ທ່ານພົນຕີ Ibrahim Nasser Al-Alawi, ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ UAE ໄປຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມງານວາງສະແດງການປ້ອງກັນຊາດສາກົນ ຫວຽດນາມ, ເຊິ່ງຄາດວ່າ ຈະຈັດຂຶ້ນໃນທ້າຍປີ 2026 ຢູ່ ຮ່າໂນ້ຍ.

ສ່ວນທ່ານພົນຕີ Ibrahim Nasser Al-Alawi ເນັ້ນໜັກວ່າ ນີ້ແມ່ນໂອກາດເພື່ອໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນ, ຊຸກຍູ້ການຮ່ວມມື. ທ່ານກໍ່ໄດ້ຮັບຮູ້ບັນດາເນື້ອໃນທີ່ ທ່ານພົນໂທ ຮວ່າງຊວັນຈຽນ ໄດ້ເຕື້ອງເຖິງ ແລະ ໃຫ້ຮູ້ວ່າ ຈະຕັ້ງໜ້າຊຸກຍູ້, ຫັນບັນດາເນື້ອໃນເຊິ່ງການນຳ 2 ຝ່າຍໄດ້ແລກປ່ຽນ ເປັນອັນລະອຽດ.

TAG
VOV/VOVworld/ອຸດ​ສາ​ຫະ​ກຳ/​ປ້ອງ​ກັນ​ຊາດ/​ຮ່ວມ​ມື

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ