logo

ຫວຽດນາມ ແລະ ຕູວາລູ ສ້າງຕັ້ງສາຍພົວພັນການທູດ

2025/9/25 | 08:51:02
(VOVWORLD) - ການເຊັນແຈ້ງການຮ່ວມຄັ້ງນີ້, ຫວຽດນາມ ໄດ້ກາຍເປັນ ໜຶ່ງ ໃນ ຈຳນວນໜ້ອຍ ຂອງບັນດາປະເທດໃນໂລກ ໄດ້ສ້າງຕັ້ງສາຍພົວພັນການທູດກັບ ທຸກປະເທດສະມາຊິກຂອງ ສະຫະປະຊາຊາດ ( ປະຈຸບັນມີ 193 ປະເທດ ).
ທ່ານ ເລຮວ່າຍຈຸງ, ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ພາວເຊິນ ປານາປາ, ລັດຖະມົນຕີກະຊວງການຕ່າງປະເທດ, ແຮງງານ ແລະ ການຄ້າ ຕູວາລູ
(ພາບ: ກະຊວງການຕ່າງປະເທດ)

ວັນທີ 24 ກັນຍາ, ຕາມເວລາທ້ອງຖິ່ນ, ຢູູ່ສຳນັກງານຄະນະຜູ້ຕາງໜ້າ ສສ ຫວຽດນາມ ປະຈຳ ສະຫະປະຊາຊາດ ທີ່ນິວຢອກ, ທ່ານ ເລຮວ່າຍຈຸງ, ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ພາວເຊິນ ປານາປາ, ລັດຖະມົນຕີກະຊວງການຕ່າງປະເທດ, ແຮງງານ ແລະ ການຄ້າ ຕູວາລູ ໄດ້ເຊັນແຈ້ງການຮ່ວມກ່ຽວກັບການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຕູວາລູ.

ການເຊັນແຈ້ງການຮ່ວມຄັ້ງນີ້, ຫວຽດນາມ ໄດ້ກາຍເປັນ ໜຶ່ງ ໃນ ຈຳນວນໜ້ອຍ ຂອງບັນດາປະເທດໃນໂລກ ໄດ້ສ້າງຕັ້ງສາຍພົວພັນການທູດກັບ ທຸກປະເທດສະມາຊິກຂອງ ສະຫະປະຊາຊາດ ( ປະຈຸບັນມີ 193 ປະເທດ ). ພາຍຫຼັງ ພິທີເຊັນ, ທ່ານ ເລຮວ່າຍຈຸງ, ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພາວເຊິນ ປານາປາ, ລັດຖະມົນຕີກະຊວງການຕ່າງປະເທດ, ແຮງງານ ແລະ ການຄ້າ ຕູວາລູ ໄດ້ແລກປ່ຽນກ່ຽວກັບບັນດາທິດທາງຊຸກຍູ້ການພົວພັນສອງຝ່າຍ ໃນໄລຍະຈະມາເຖິງ. ສອງຝ່າຍ ຢືນຢັນວ່າ ການເຊັນແຈ້ງການຮ່ວມ ເປັນຂີດໝາຍປະຫວັດສາດ, ເປັນພື້ນຖານໃຫ້ການພົວພັນຮ່ວມມື ລະຫວ່າງສອງປະເທດ; ເຫັນດີເປັນເອກະພາບສືບຕໍ່ແລກປ່ຽນເພື່ອຊຸກຍູ້ບັນດາກິດຈະກຳ ການຮ່ວມມື ໂດຍສະເພາະແມ່ນຢູ່ໃນບັນດາຂົງເຂດທີ່ສອງຝ່າຍ ມີຄວາມສາມາດບົ່ມຊ້ອນເຊັ່ນ: ເສດຖະກິດທະເລ, ການທ່ອງທ່ຽວ, ການສຶກສາ. ສອງຝ່າຍ ກໍ່ເຫັນດີເປັນເອກະພາບຈະປະສານສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີພະຫຸພາຄີ ທີ່ສອງປະເທດເປັນສະມາຊິກ.

TAG
VOV/VOVworld/ປະເທດ/ແຮງງານ/ການຄ້າ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ