logo

ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

2025/10/23 | 14:31:18
(VOVWORLD) - 2 ຝ່າຍໄດ້ພ້ອມກັນຕີລາຄາຄືນສະພາບການພົວພັນຮ່ວມມືລະຫວ່າງ 2 ປະເທດ, ເປັນເອກະພາບບັນດາການກຳນົດທິດໃຫຍ່ເພື່ອເປີດກວ້າງ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອເລິກເຊິ່ງກວ່າ
(ທ່ານເລຂາທິການໃຫຍ່ ໂຕເລິມ  ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວ)

        ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນຂໍ້ມູນໂດຍທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ທ່ານ Rumen Radev ປະທານາທິບໍດີ ສ.ບຸນກາຣີ ຍົກອອກມາທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງການໂອ້ລົມສົນທະນາຂັ້ນສູງທີ່ຈັດຂຶ້ນໃນຕອນເຊົ້າວັນທີ 23 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Sofia (ບຸນກາຣີ), ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ບຸນກາຣີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ.

        ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, 2 ຝ່າຍໄດ້ພ້ອມກັນຕີລາຄາຄືນສະພາບການພົວພັນຮ່ວມມືລະຫວ່າງ 2 ປະເທດ, ເປັນເອກະພາບບັນດາການກຳນົດທິດໃຫຍ່ເພື່ອເປີດກວ້າງ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອເລິກເຊິ່ງກວ່າ, ກຳນົດບັນດາຮູບແບບຮ່ວມມືໃໝ່ເຊິ່ງທັງ 2 ປະເທດມີຄວາມສາມາດບົ່ມຊ້ອນ ແລະ ມີຄວາມຕ້ອງການ. 2 ຝ່າຍກໍ່ແລກປ່ຽນຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ທັງ 2 ປະເທດຕ່າງມີຄວາມສົນໃຈ. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:

        “ບົນພື້ນຖານບັນດາບາດກ້າວພັດທະນາຢ່າງຕັ້ງໜ້າຂອງຜົນງານອັນໃຫຍ່ຫຼວງໃນການພົວພັນ ຫວຽດນາມ ແລະ ບຸນກາຣີ, ພາຍຫຼັງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ພວກຂ້າພະເຈົ້າໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ບຸນກາຣີ. ນີ້ແມ່ນຂີດໝາຍສຳຄັນ, ສ້າງພື້ນຖານເພື່ອນຳການພົວພັນ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ”.

TAG
VOV/VOVworld/ພັດ​ທະ​ນາ/ຕັ້ງ​ໜ້າ​/​ຜົນ​ງານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ