logo

ຫວຽດ​ນາມ ແລະ ບ​ຣູ​ໄນ ອອກ​ຖະ​ແຫຼງ​ການ​ຮ່ວມ​

2025/12/1 | 13:22:37
(VOVWORLD) - ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບໝາກຜົນຂອງການຢ້ຽມຢາມ ແລະ ເຊັນເອກະສານຮ່ວມມືສາມສະບັບລະຫວ່າງສອງປະເທດໃນບັນດາຂົງເດຮ່ວມມືທາງທະເລ, ສິນໃນນ້ຳ ແລະ ການຮ່ວມມືໃນການປ້ອງກັນຕ້ານການຈັບຫາສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ກະສັດ ບຣູໄນ Darussalam Haji Hassanal Bolkiah
(ພາບ: VOV)

ໂດຍໄດ້ຮັບຄຳເຊື້ອເຊີນອຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ກະສັດ ບຣູໄນ Darussalam Haji Hassanal Bolkiah ໄດ້ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ນັບແຕ່ວັນທີ 30 ພະຈິກ - 2 ທັນວາ 2025. ຕອນເຊົ້າວັນທີ 1 ທັນວາ 2025, ພາຍຫຼັງພິທີຕ້ອນຮັບທາງລັດຖະກິດທີ່ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເຈລະຈາກັບກະສັດ ບຣູໄນ.

ທີ່ການເຈລະຈາ, ທ່ານປະທານປະເທດ ເລືອງເກື່ອງ ແລະ ກະສັດ ໄດ້ເຫັນດີເປັນເອກະພາບສູ້ຊົນນຳວົງເງິນການຄ້າສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນເພື່ອເພີ່ມວົງເງິນການຄ້າສອງສົ້ນຂຶ້ນທົບສອງເທົ່າໃນໄວໄວນີ້. ຫວຽດນາມ ສົ່ງເສີມບັນດານັກລົງທຶນ ບຣູໄນ ເຂົ້າຮ່ວມບັນດາໂຄງການຄືການສ້າງສູນການເງິນສາກົນ, ພື້ນຖານໂຄງລ່າງ, ພະລັງງານ, ການທ່ອງທ່ຽວ ແລະ ການບໍລິການຢູ່ ຫວຽດນາມ. ບຣູໄນ ເຫັນດີເປັນເອກະພາບແບ່ງປັນບົດຮຽນປະສົບການກັບ ຫວຽດນາມ ກ່ຽວກັບຂົງເຂດ Halal, ພິຈາລະນາການຮັບຮູ້ເຊິ່ງກັນແລະກັນຕໍ່ໃບຢັ້ງຢືນ Halal, ພັດທະນາບັນດາໂຄງການຜະລິດສະບຽງອາຫານ ແລະ ຜະລິດຕະພັນ ຢູ່ Halal ຫວຽດນາມ.

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບໝາກຜົນຂອງການຢ້ຽມຢາມ ແລະ ເຊັນເອກະສານຮ່ວມມືສາມສະບັບລະຫວ່າງສອງປະເທດໃນບັນດາຂົງເດຮ່ວມມືທາງທະເລ, ສິນໃນນ້ຳ ແລະ ການຮ່ວມມືໃນການປ້ອງກັນຕ້ານການຈັບຫາສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).

TAG
VOV/VOVworld/ການ​ພົວ​ພັນ/ຫວຽດ​ນາມ/ບ​ຣູ​ໄນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ