logo

ຫວຽດ​ນາມ ແລະ ມາ​ເລ​ເຊຍ ຮ່ວມ​ມື​ກັນ​ແກ້​ໄຂ​ບັນ​ຫາ​ຈັບ​ຫາ​ປາ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​ຈົດ​ທະ​ບຽນ (IUU)

2025/12/23 | 06:28:01
(VOVWORLD) - ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ, ເພື່ອບັນລຸວົງເງິນສອງຝ່າຍໃຫ້ໄດ້ 20 ຕື້ USD ໂດຍໄວ ແລະ ເປີດກວ້າງການຮ່ວມມືພົບປະແລກປ່ຽນປະຊາຊົນ, ການທ່ອງທ່ຽວ, ການສຶກສາ; ເພີ່ມທະວີການຮ່ວມມືທາງທະເລ.
ທ່ານ ດັ້ງຮ່ວາງຢາງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Nushirwan Zainal Abidin, ຫົວໜ້າກົມໃຫຍ່, ຫົວໜ້າຫ້ອງການສະພາຄວາມໝັ້ນຄົງແຫ່ງຊາດ ມາເລເຊຍ (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ ກົວລາ ລຳເປີ, ມາເຊເຊຍ, ວັນທີ 22 ທັນວາ, ທ່ານ ດັ້ງຮ່ວາງຢາງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຮັດວຽກກັບທ່ານນາງ Adina Kamarudin, ຫົວໜ້າກົມໃຫຍ່ທະເລ, ກະຊວງການຕ່າງປະເທດ ມາເລເຊຍ ແລະ ທ່ານ Nushirwan Zainal Abidin, ຫົວໜ້າກົມໃຫຍ່, ຫົວໜ້າຫ້ອງການສະພາຄວາມໝັ້ນຄົງແຫ່ງຊາດ ມາເລເຊຍ. ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ, ເພື່ອບັນລຸວົງເງິນສອງຝ່າຍໃຫ້ໄດ້ 20 ຕື້ USD ໂດຍໄວ ແລະ ເປີດກວ້າງການຮ່ວມມືພົບປະແລກປ່ຽນປະຊາຊົນ, ການທ່ອງທ່ຽວ, ການສຶກສາ; ເພີ່ມທະວີການຮ່ວມມືທາງທະເລ.

ສອງຝ່າຍກໍເຫັນດີສືບຕໍ່ຮ່ວມມືແກ້ໄຂບັນຫາຈັບຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຈົດທະບຽນ (IUU). ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ກໍໄດ້ແບ່ງປັນກ່ຽວກັບບັນດາຄວາມກ້າວໜ້າ, ໝາກຜົນເຊິ່ງ ຫວຽດນາມ ບັນລຸໄດ້ໃນວຽກງານຕ້ານການຂຸດຄົ້ນ IUU ແລະ ຢັ້ງຢືນຄວາມຕັດສິນໃຈຂອງ ຫວຽດນາມ ໃນການຕ້ານ IUU ແລະ ພັດທະນາອາຊີບຫາປາແບບຍືນຍົງ. ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຕ້ານການຂຸດຄົ້ນ IUU, ແລກປ່ຽນ, ສະໜອງຂໍ້ມູນກ່ຽວກັບບັນດາກໍລະນີເຮືອຫາປາ, ຊາວປະມົງລະເມີດຂໍ້ກຳນົດລະຫວ່າງສອງປະເທດເພື່ອສົມທົບກັນແກ້ໄຂ.


 

TAG
VOV/VOVworld/ການຂຸດຄົ້ນ IUU/ຫວຽດ​ນາມ/ມາ​ເລ​ເຊຍ/​ຈັບ​ຫາ​ປາ​ແບບ​ຜິດ​ກົດ​ໝາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ