logo

ຫວຽດ​ນາມ ແລະ ລາ​ວ​ຍົກ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ດ້ານກວດ​ກາ​ຕື່ມ​ອີກ

2022/6/1 | 11:00:00
(VOVWORLD) -ຕອນບ່າຍວັນທີ 1 ມິຖຸນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານ ຄໍາພັນ ພົມມະທັດ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ປະຊາຊົນ ປະຕິວັດລາວ, ຫົວໜ້າຄະນະປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປະທານອົງການກວດກາແຫ່ງລັດລາວ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ ຄໍາພັນ ພົມມະທັດ

     ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງວ່າ ໃນ 3 ເດືອນຕົ້ນປີ 2022, ວົງເງິນການຄ້າລະຫວ່າງຫວຽດນາມ - ລາວ ບັນລຸກວ່າ 400 ລ້ານ USD, ເພີ່ມຂຶ້ນເກືອບ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. 2 ຝ່າຍພວມສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ ແລະ ບັນດາໝາກຜົນຂອງກອງປະຊຸມຄັ້ງທີ 44 ຂອງຄະນະກຳມະການຮ່ມມືທະວິພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ຊຸກຍູ້ບັນດາໂຄງການພັດທະນາກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມລະຫວ່າງ 2 ປະເທດ ແລະ ໃນພາກພື້ນ..

      ສ່ວນທ່ານ ຄຳພັນ ພົມມະທັດ ປາດຖະໜາວ່າຈະສືບຕໍ່ໄດ້ຮັບການແບ່ງປັນ ແລະ ຊ່ວຍເຫຼືອໃນໄລຍະຈະມາເຖິງ; ທ່ານຢືນຢັນວ່າ: ໃນຖານະເປັນປະທານຄະນະກວດກາສູນກາງພັກ, ປະທານຄະນະປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ປະທານອົງການກວດກາແຫ່ງລັດລາວ ຈະມານະພະຍາຍາມຈົນສຸດຄວາມສາມາດ ປະກອບສ່ວນຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມືກັບຂະແໜງກວດກາພັກ. , ອົງການກວດກາລັດຖະບານຫວຽດນາມ; ປະກອບສ່ວນປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ.

ທ່ານ ດ່ວານຮົ່ງຟອງ ປະທານອົງການກວດກາລັດຖະບານ ຫວຽດນາມ ໄດ້ຕ້ອນຮັບ ທ່ານຄຳພັນ ພົມມະທັດ  (TTXVN)

           ກ່ອນນັ້ນຄືໃນຕອນເຊົ້າວັນທີ 1 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ດ່ວານຮົ່ງຟອງ ປະທານອົງການກວດກາລັດຖະບານ ຫວຽດນາມ ໄດ້ຕ້ອນຮັບ ທ່ານຄຳພັນ ພົມມະທັດ ກຳມະການກົມການເມືອງປະທານອົງການກວດກາ ແຫ່ງລັດ ລາວ.  

       ເມື່ອແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສອງອົງການ ໃນໄລຍະຈະມາເຖິງ.        ປະທານອົງການກວດກາລັດຖະບານ ຫວຽດນາມ ຫວັງວ່າ ສອງຝ່າຍຈະສົມທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ, ສືບຕໍ່ຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນປະສົບການເພື່ອແນໃສ່ຍົກສູງປະສິດທິພາບ, ປະສິດທິຜົນຂອງວຽກງານກວດກາ, ແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງທັງສອງຝ່າຍ.

ສ່ວນທ່ານປະທານອົງການກວດກາແຫ່ງລັດ ລາວກໍ່ຫວັງວ່າ ຜ່ານການຢ້ຽມຢາມຄັ້ງນີ້ ໄປຄຽງຄູ່ກັບການສະໜອງ, ອັບເດັດຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງການຈັດຕັ້ງການເຄື່ອນໄຫວໃຫ້ແກ່ກັນນັ້ນ ສອງອົງການກວດກາຍັງໄດ້ແບ່ງປັນຢ່າງກົງໄປກົງມາ ກ່ຽວກັບບົດຮຽນ, ປະສົບການໃນການຊີ້ນຳ, ບໍລິຫານການເຄື່ອນໄຫວກວດກາ ແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກແລະປ້ອງກັນຕ້ານການສໍ້ລາດບັງຫຼວງເພື່ອພ້ອມກັນຖອດຖອນບົດຮຽນແນໃສ່ຍົກສູງປະສິດທິຜົນຂອງວຽກງານຂຶ້ນຕື່ມ.

ພາຍຫຼັງພິທີຕ້ອນຮັບ, ສອງອົງການດັ່ງກາວໄດ້ລົງນາມຂໍ້ຕົກລົງ, ບົດບັນທຶກຊ່ວຍຈຳການຮ່ວມມືໃໝ່ ເພື່ອແນໃສ່ຍົກສູງວຽກງານກວດກາ, ແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງທັງສອງຝ່າຍ ໃຫ້ດີກ່ວາອີກ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ