logo

ຫວຽດນາມ ແລະ ລາວ ເຊັນເອກະສານ 17 ສະບັບ, ກຳນົດທິດການພົວພັນຮ່ວມມືໃນໄລຍະຈະມາເຖິງ

2020/12/6 | 13:18:37
(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວ ມາຢ້ຽມຢາມ ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ດຳເນີນແຕ່ວັນທີ 4  6 ທັນວາ 2020.

 ຕອນເຊົ້າວັນທີ 6 ທັນວາ, ນາຍົກລັດຖະມົນຕີ 2 ທ່ານ ໄດ້ເປັນປະທານຮ່ວມກອງປະຊຸມ. ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ເຊັນເອກະສານຮ່ວມມືສຳຄັນ 17 ສະບັບ

 ຫວຽດນາມ ແລະ ລາວ ເຊັນເອກະສານ 17 ສະບັບ (ພາບ: VGP)

         ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບທິດທາງການຮ່ວມມືປີ 2021 ແລະ ໄລຍະ 5 ຫາ 10 ປີຈະມາເຖິງ; ເຫັນດີເປັນເອກະພາບສຸມໃສ່ປະຕິບັດບັນດາສັນຍາ, ຂໍ້ຕົກລົງໃຫຍ່ລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ, ລວມມີຂໍ້ຕົກລົງກ່ຽວກັບແຜນການຮ່ວມມືຫວຽດນາມ - ລາວ ປີ 2021 ແລະ ບັນດາຂໍ້ຕົກລົງຮ່ວມມືອື່ນ.

          ສຳລັບການພົວພັນແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, 2 ຝ່າຍສືບຕໍ່ຢັ້ງຢືນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນໃນການຮ່ວມມືອາຊຽນ. ກົນໄກຮ່ວມມືອະນຸພາກພື້ນແມ່ຂອງ ແລະ ຢູ່ສະຫະປະຊາຊາດ; ພ້ອມກັນເພີ່ມທະວີການປຶກສາຫາລື, ສະໜັບສະໜູນເຊິ່ງກັນແລະກັນ, ຍົກສູງທີ່ຕັ້ງ, ເປັນເຈົ້າຕົນເອງ, ເປັນຕົ້ນແມ່ນໃນບັນດາບັນຫາຄວາມໝັ້ນຄົງ, ຍຸດທະສາດຢູ່ພາກພື້ນ, ລວມມີ ທະເລຕາເວັນອອກ, ແມ່ຂອງ; ພ້ອມກັບບັນດາປະເທດສະມາຊິກ ອາຊຽນ ອື່ນ ເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ, ຊຸກຍູ້ການຮັກສາຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງອາຊຽນ, ຍູ້ແຮງການກໍ່ສ້າງປະຊາຄົມອາຊຽນ.

           ພາຍຫລັງສິ້ນສຸດກອງປະຊຸມ, ຕໍ່ໜ້າການເປັນສັກຂິພິຍານ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ບັນດາກະຊວງຂອງ 2 ປະເທດໄດ້ເຊັນ ແລະ ມອບຂໍ້ຕົກລົງ, ສັນຍາ ແລະ ບົດບັນທຶກຊ່ວຍຈຳ 17 ສະບັບ, ໃນນັ້ນ ມີຂໍ້ຕົກລົງກ່ຽວກັບແຜນການຮ່ວມມື ຫວຽດນາມ - ລາວ ໃນປີ 2021; ຈົດໝາຍທາງການກ່ຽວກັບການປະຕິບັດສັນຍາວ່າດ້ວຍການຮ່ວມມືລົງທຶນພັດທະນາທ່າກ່ຳປັ່ນເລກທີ 1, 2, 3 ຂອງທ່າກ່ຳປັ່ນ ຫວູງອາງ; ບົດບັນທຶກຊ່ວຍຈຳການຮ່ວມມືວ່າດ້ວຍການຄົ້ນຄວ້າພັດທະນາທາງລົດໄຟລະຫວ່າງຫວຽດນາມ ແລະ ລາວ. ນອກນັ້ນ ຍັງມີບາງຂໍ້ຕົກລົງໃນຂົງເຂດການສຶກສາ, ພະລັງງານລະຫວ່າງ 2 ປະເທດອີກດ້ວຍ.

TAG
VOV/VOVworld/ລາວ/ເອກະສານ/ການພົວພັນຮ່ວມມື

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ