logo

ຫ​ວຽດ​ນາມແລະລາວ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​​ຄ​ວາມ​ໝັ້ນ​ຄົງ

2022/1/10 | 09:51:00
(VOVWORLD) -ກະຊວງຕຳຫຼວດ 2 ປະເທດຈົ່ງສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ເຂົ້າສູ່ລ່ວງເລີກ, ທັງແກ້ໄຂບັນດາບັນຫາຍຸດທະສາດ, ທັງຮ່ວມມືໃນບັນດາຂົງເຂດລະອຽດຄື ການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳດ້ານອິນເຕີເນັດ, ເຕັກໂນໂລຊີ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງຕຳຫຼວດ ລາວ
(ພາບ: TTXVN)

ຕອນເຊົ້າວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງຕຳຫຼວດ ລາວ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ການຮ່ວມມືຍຸດທະສາດ ດ້ານເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບລະຫວ່າງ 2 ປະເທດມີຄວາມສຳຄັນທີ່ສຸດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ ກະຊວງຕຳຫຼວດ 2 ປະເທດຈົ່ງສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ເຂົ້າສູ່ລ່ວງເລີກ, ທັງແກ້ໄຂບັນດາບັນຫາຍຸດທະສາດ, ທັງຮ່ວມມືໃນບັນດາຂົງເຂດລະອຽດຄື ການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳດ້ານອິນເຕີເນັດ, ເຕັກໂນໂລຊີ; ປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດ, ບໍ່ໃຫ້ ຫວຽດນາມ, ລາວ ເປັນປະເທດເປັນກາງໃນການຂົນສົ່ງຢາເສບຕິດ.

        ທ່ານລັດຖະມົນຕີ ວິໄລ ຫຼ້າຄຳຟອງ ແຈ້ງໃຫ້ທ່ານປະທານປະເທດ ຫງວຽນຊວັນຟຸກ ຊາບກ່ຽວກັບບັນດາການເຄື່ອນໄຫວຂອງຄະນະຜູ້ແທນ ລາວ ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ໃນນັ້ນມີໝາກຜົນຂອງການພົບປະເຈລະຈາຢ່າງດີງາມລະຫວ່າງ ທ່ານລັດຖະມົນຕີ ວິໄລ ຫຼ້າຄຳຟອງ ແລະ ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລີມ. 2 ຝ່າຍໄດ້ເຫັນດີເປັນເອກະພາບ ບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້ໃນປີ 2021 ແລະ ທິດທາງຮ່ວມມືໃນປີ 2022.


TAG
VOV/VOVworld/ຄວາມ​ໝັ້ນ​ຄອງ/ອາດ​ຊະ​ຍາ​ກຳຢາ​ເສບ​ຕິດ/ເຕັກ​ໂນ​ໂລ​ຊີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ