logo

ຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືພັດທະນາດ້ານການຄ້າຊາຍແດນ

2022/4/12 | 00:47:35

(VOVWORLD) -ຕອນເຊົ້າວັນທີ 11 ເມສາ ຢູ່ ນະຄອນຫລວງ ວຽງຈັນ ໄດ້ດຳເນີນກອງປະຊຸມຮ່ວມມືພັດທະນາດ້ານການຄ້າ ຊາຍແດນ ຫວຽດນາມ - ລາວ ຄັ້ງທີ XII ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳ - ການຄ້າ ລາວ.

ທ່ານລັດຖະມົນຕີກະຊວງອຸດສາຫະກຳ -ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳ - ການຄ້າ ລາວ ເປັນປະທານຮ່ວມກອງປະຊຸມ. (ພາບ: ສຳນັກຂ່າວສານຫວຽດນາມ)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ: ນັບແຕ່ກອງປະຊຸມຮ່ວມມືພັດທະນາດ້ານການຄ້າຊາຍແດນລະຫວ່າງສອງປະເທດຄັ້ງທີ XI ໃນປີ 2018 ມາຮອດປະຈຸບັນ, ການພົວພັນດ້ານການຄ້າເວົ້າລວມ ແລະ ການຄ້າຊາຍແດນລະຫວ່າງສອງປະເທດເວົ້າສະເພາະ ໄດ້ມີບາດກ້າວພັດທະນາໃຫມ່, ສະແດງໃຫ້ເຫັນຜ່ານລະດັບການເຕີບໂຕຕັ້ງຫນ້າໃນວົງເງິນນຳເຂົ້າສົ່ງອອກລະຫວ່າງສອງປະເທດ. ປີ 2021 ວົງເງິນການຄ້າສອງສົ້ນບັນລຸ 1,37 ຕື້  USD, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ປີ 2020, ລື່ນກາຍຄາດໝາຍ ຊື່ງການນຳຂັ້ນສູງສອງປະເທດວາງອອກໃຫ້ຂະແຫນງອຸດສາຫະກຳ ການຄ້າສອງປະເທດ (10%).

          ໃນນັ້ນ ວົງເງິນນຳເຂົ້າສິນຄ້າຂອງຫວຽດນາມ ຈາກ ລາວ ບັນລຸເກືອບ 780 ລ້ານ  USD, ເພີ່ມຂຶ້ນ 70% ເມື່ອທຽບໃສ່ປີ 2020. ນີ້ແມ່ນລະດັບເປັນຫນ້າຊື່ນຊົມ ບໍ່ພຽງແຕ່ເມື່ອທຽບໃສ່ດ້ານການຄ້າລະຫວ່າງ ຫວຽດນາມ -ລາວ ໃນຊຸມປີກ່ອນນີ້ເທົ່ານັ້ນ ຫາກຍັງທຽບໃສ່ກັບການເຕີບໂຕວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ຫລາຍປະເທດໃນພາກພື້ນອີກດ້ວຍ.

          ທີ່ກອງປະຊຸມ, ສອງຝ່າຍເຫັນດີວາງອອກ 7 ທິດທາງ ຮ່ວມມືພັດທະນາດ້ານການຄ້າຊາຍແດນ ຫວຽດນາມ - ລາວ ໃນໄລຍະຈະມາເຖິງ, ໃນນັ້ນ ມີການສຳຫລວດກວດກາ, ຄົ້ນຄ້ວາ, ສະເຫນີບັນດາກົນໄກ, ນະໂຍບາຍບຸລິມະສິດກະໂດດຂັ້ນ, ມີກຳລັງດູດດື່ມພຽງພໍເພື່ອດຶງດູດແຫລ່ງເງິນລົງທຶນພື້ນຖານໂຄງລ່າງຢູ່ບັນດາເຂດເສດຖະກິດດ່ານຊາຍແດນ; ຊຸກຍູ້ການພົບປະສົນທະນາເພື່ອລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ. ສອງຝ່າຍເຫັນດີສ້າງຄວາມສະດວກໃຫ້ສິນຄ້າສອງປະເທດ ຈໍລະຈອນ, ຈຳຫນ່າຍຢູ່ຕະຫລາດຂອງກັນ, ພິເສດແມ່ນຜະລິດຕະພັນກະເສດ, ສືບຕໍ່ສ້າງສະພາບແວດລ້ອມປອດໃສໃຫ້ແກ່ການຄ້າຊາຍແດນພັດທະນາ.

TAG
VOV/VOVworld/ວົງ​ເງິນ​ນຳ​ເຂົ້າ​ສິນ​ຄ້າ.ຮ່ວມ​ມື​ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ