logo

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ

2021/8/3 | 06:42:52
(VOVWORLD) -ໃນໄລຍະຈະມາເຖິງກຳລັງຕຳຫຼວດຫວຽດນາມ ສືບຕໍ່ຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງກວ່າກັບ ລາວ ໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດຮ່ວມມືປ້ອງກັນ, ຕ້ານຢາເສບຕິດ.
ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ
(ພາບ: ກະຊວງຕຳຫຼວດ)

ຕອນບ່າຍວັນທີ 02 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ເປັນປະທານການເຮັດວຽກກັບບາງຫົວໜ່ວຍ ທີ່ມີໜ້າທີ່ຂຶ້ນກັບກະຊວງ ເພື່ອປຶກສາຫາລືກ່ຽວກັບການຜັນຂະຫຍາຍ ບັນດາເນື້ອໃນຮ່ວມມືກັບ ລາວ ໃນຂົງເຂດປ້ອງກັນ, ຕ້ານຢາເສບຕິດ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານລັດຖະມົນຕີ ໂຕເລີມ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ ກຳລັງຕຳຫຼວດຫວຽດນາມ ສືບຕໍ່ຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງກວ່າກັບ ລາວ ໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດຮ່ວມມືປ້ອງກັນ, ຕ້ານຢາເສບຕິດ. ກົມຕຳຫຼວດສືບສວນອາດຊະຍາກຳຢາເສບຕິດເປັນປະທານ, ສົມທົບກັບກົມການຕ່າງປະເທດ, ກົມກົດໝາຍ ແລະ ປະຕິຮູບບໍລິຫານ, ຍຸຕິທຳ ສ້າງຮ່າງຂໍ້ຕົກລົງຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງຕຳຫຼວດ ລາວ ກ່ຽວກັບວຽກງານປ້ອງກັນ, ຕ້ານຢາເສບຕິດໃຫ້ສົມບູນແບບໂດຍໄວ. ໃນຂ້ໍຕົກລົງຕ້ອງມີບາງເນື້ອໃນຄື: ເພີ່ມທະວີການສົມທົບກັບບັນດາກຳລັງທີ່ມີໜ້າທີ່ຂອງລາວ ກຳນົດ, ຕໍ່ສູ້ຄະດີລວມກ່ຽວກັບອາດຊະຍາກຳຂ້າມຊາດ, ເພີ່ມທະວີການຮ່ວມມື, ສົມທົບກັນເພື່ອຕໍ່ສູ້, ໂຄສະນາ, ບຸກໂຈມຕີ, ປາບປາມອາດຊະຍາກຳຢາເສບຕິດ.

TAG
VOV/VOVworld/​ປ້ອງ​ກັນ/ຕ້ານ​ຢາ​ເສບ​ຕິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ