logo

ຫວຽດນາມ ແລະ ລາວ ແລກປ່ຽນບົດຮຽນໃນການສ້າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່

2021/10/18 | 09:49:22
(VOVWORLD) -ການເຄື່ອນໄຫວວັດແທກ ແລະ ແຜນທີ່ແມ່ນການເຄື່ອນໄຫວສຳຫຼວດພື້ນຖານ, ມີຄວາມສຳຄັນຍິ່ງ, ສະໜອງຂໍ້ມູນ, ຜະລິດຕະພັນຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ທ່ານ ເລກວາງຮຸຍ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: quochoi.vn)

ຕອນເຊົ້າວັນທີ 18 ຕຸລາ, ຄະນະກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ລາວ ຈັດກອງປະຊຸມສຳມະນາແບບທາງໄກ ແລກປ່ຽນບົດຮຽນໃນການສ້າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່.

        ກ່າວຄຳເຫັນໄຂກອງປະຊຸມສຳມະນາແບບທາງໄກ, ທ່ານຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ ເລກວາງຮຸຍ, ຢືນຢັນວ່າ ການເຄື່ອນໄຫວວັດແທກ ແລະ ແຜນທີ່ແມ່ນການເຄື່ອນໄຫວສຳຫຼວດພື້ນຖານ, ມີຄວາມສຳຄັນຍິ່ງ, ສະໜອງຂໍ້ມູນ, ຜະລິດຕະພັນຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຮັບໃຊ້ການວາງແຜນກຳນົດ, ຄຸ້ມຄອງຜືນແຜ່ນດິນ, ຕິດຕາມກວດກາຊັບພະຍາກອນ, ສິ່ງແວດລ້ອມ; ການປ້ອງກັນຕ້ານໄພທຳມະຊາດ… ປະກອບສ່ວນປົກປັກຮັກສາ ແລະ ຢັ້ງຢືນອະທິປະໄຕຂອງປະເທດຊາດ. ສະພາແຫ່ງຊາດ ລາວ ພວມຄົ້ນຄວ້າ, ກະກຽມໃຫ້ແກ່ການພິຈາລະນາ, ປະກາດໃຊ້ກົດໝາຍຈຳນວນໜຶ່ງຄື: ກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່, ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ. ສະນັ້ນ, ຝ່າຍ ລາວ ຢາກທາບທາມບົດຮຽນຈາກ ຫວຽດນາມ.

        ຕອນບ່າຍວັນທີ 18 ຕຸລາ, ຄະນະກຳມາທິການປ້ອງກັນຊາດ ແລະ ຄວາມໝັ້ນຄົງສະພາແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາກຳມາທິການຂອງສະພາແຫ່ງຊາດ ລາວ ຈັດກອງປະຊຸມສຳມະນາແບບທາງໄກ ເພື່ອແລກປ່ຽນບົດຮຽນກ່ຽວກັບການສ້າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ.

TAG
VOV/VOVworld/ກົດ​ໝາຍ/ເສດ​ຖະ​ກິດ/ສັງ​ຄົ​ມ/ການ​ປ້ອງ​ກັນ​ຊາດ/ປ້ອງ​ກັນ​ຄວາມ​ສະ​ຫງົບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ