logo

ຫວຽດນາມ ແລະ ສະຫະປະຊາຊາດ ເພີ່ມທະວີການຊຸກຍູ້ບັນດາຂໍ້ລິເລີ່ມການຄຸ້ມຄອງເຕັກໂນໂລຊີທົ່ວໂລກ

2026/1/17 | 08:51:18
(VOVWORLD) - 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຊຸກຍູ້ບັນດາຂໍ້ລິເລີ່ມການຄຸ້ມຄອງເຕັກໂນໂລຊີທົ່ວໂລກ ກໍຄືຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ສະຫະປະຊາຊາດ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ
ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ທີ່ການຕ້ອນຮັບທ່ານ Amandeep Singh Gill, ຮອງເລຂາທິການໃຫຍ່ສະຫະປະຊາຊາດ
(ພາບ: qdnd.vn)

ຫວຽດນາມ ຖືການພັດທະນາກຳລັງຄວາມສາມາດ ແລະ ເພີ່ມທະວີຄວາມເປັນເຈົ້າດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນບຸລິມະສິດຍຸດທະສາດ - ນີ້ແມ່ນຄຳຢືນຢັນຂອງທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ທີ່ການຕ້ອນຮັບທ່ານ Amandeep Singh Gill, ຮອງເລຂາທິການໃຫຍ່ສະຫະປະຊາຊາດ, ທູດພິເສດຂອງ ທ່ານເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບເຕັກໂນໂລຊີ, ໃນວັນທີ 16 ມັງກອນ, ຢູ່ ຮ່າໂນ້ຍ.

ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຊຸກຍູ້ບັນດາຂໍ້ລິເລີ່ມການຄຸ້ມຄອງເຕັກໂນໂລຊີທົ່ວໂລກ ກໍຄືຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ສະຫະປະຊາຊາດ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ປັນຍາປະດິດ. ນອກນັ້ນ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ກໍ່ສະເໜີໃຫ້ສະຫະປະຊາຊາດ ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມບັນດາກົນໄກຄົ້ນຄວ້າ, ໃຫ້ຄຳປຶກສາດ້ານນະໂຍບາຍ ແລະ ການຄຸ້ມຄອງປັນຍາປະດິດຂອງສະຫະປະຊາຊາດຢ່າງເລິກເຊິ່ງກວ່າ.

TAG
VOV/VOVworld/​ວິ​ທະ​ຍາ​ສາດ/ເຕັກ​ໂນ​ໂລ​ຊີ/ປັນ​ຍາ​ປະ​ດິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ