logo

ຫວຽດນາມ ແລະ ອາຊຽນ ຮັບຕ້ອນບັນດາວິສາຫະກິດຂອງສ.ເກົາຫຼີທີ່ເດີນຕາມນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່

2019/11/25 | 11:23:45
(VOVWORLD) -  ຕອນບ່າຍວັນທີ 25 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ CEO ອາຊຽນ - ສ.ເກົາຫຼີ.

  ກ່າວຄໍາເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ການພັດທະນາແບບຍືນຍົງ, ເຊື່ອມຕໍ່ຢ່າງຮອບດ້ານແມ່ນບຸລິມະສິດແຖວໜ້າຂອງ ອາຊຽນ, ໃນນັ້ນບັນດາວິສາຫະກິດຂະໜາດກາງທັງເປັນເຈົ້າກໍາທັງເປັນກໍາລັງຜັນຂະຫຍາຍຕົ້ນຕໍ. ລັດຖະບານບັນດາປະເທດ ສ້າງເງື່ອນໄຂທີ່ດີທີ່ສຸດ, ໜູນຊ່ວຍວິສາຫະກິດເຊື່ອມຕໍ່ກັນ, ເສີມຂະຫຍາຍຫົວຄິດປະດິດສ້າງ ດ້ວຍຫຼາຍແນວຄວາມຄິດທີ່ໃໝ່ອຽມ ເພື່ອປະຕິບັດແຜນການດໍາເນີນທຸລະກິດໃນຕະຫຼາດອາຊຽນ ໃຫ້ປະກົດຜົນເປັນຈິງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ CEO ອາຊຽນ - ສ.ເກົາຫຼີ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖືວ່າ, ນະໂຍບາຍ ມຸ່ງໄປສູ່ທາງທິດໃຕ້ໃໝ່ ໂດຍປະທານາທິບໍດີ ສ.ເກົາຫຼີ ລິເລີ່ມນັ້ນ ແມ່ນມີຄວາມປເປັນອັນໜຶ່ງອັນດຽວດ້ວຍແນວຄວາມຄິດກ່ຽວກັບ “ປະຊາຄົມອາຊຽນ - ສ.ເກົາຫຼີ: ເຊື່ອມຕໍ່ໃນອະນາຄົດ” ພ້ອມທັງຫວັງວ່າ ຈະປະກອບສ່ວນຍົກລະດັບການພົວພັນລະຫວ່າງສອງຝ່າຍໃຫ້ສູງຂຶ້ນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາການນໍາຂັ້ນສູງຂອງວິສາຫະກິດ ຈົ່ງເປັນເຈົ້າການປັບຕົວ, ມີໄຫວພິບ ແລະ ມີຫົວຄິດປະດິດສ້າງ. ອາຊຽນ ແລະ ສ.ເກົາຫຼີ ຄວນຢຶດໝັ້ນຊຸກຍູ້ການຄ້າຫຼາຍຝ່າຍ ຜ່ານການຍົກລະດັບຂອບເຂດຂອງສັນຍາການຄ້າເສລີ ອາຊຽນ - ສ.ເກົາຫຼີ ຂຶ້ນ. ທ່ານກ່າວວ່າ:

“ໂດຍເປັນປະທານອາຊຽນໃນປີ 2020, ພ້ອມກັບບັນດາປະເທດ ອາຊຽນ, ຫວຽດນາມ ຍິນດີຕ້ອນຮັບບັນດາວິສາຫະກິດ ສ.ເກົາຫຼີ ທີ່ເດີນຕາມນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ ເພື່ອພ້ອມກັນຮ່ວມມື ແລະ ມຸ່ງໄປສູ່ຜົນສໍາເລັດພ້ອມກັບ ອາຊຽນ. ຫວຽດນາມ ໄດ້ຍົກລະດັບກ່ຽວກັບສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ ແລະ ລະດັບການປ່ຽນແປງໃໝ່ປະດິດຄິດສ້າງຂຶ້ນຫຼາຍຂັ້ນ ແລະ ໄດ້ຮັບການຮັບຮອງຈາກບັນດາອົງການຈັດຕັ້ງສາກົນ. ຫວຽດນາມຈະສືບຕໍ່ປ່ຽນແປງໃໝ່ໃຫ້ຫຼາຍກວ່າອີກ ເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ສືບຕໍ່ດໍາເນີນທຸລະກິດຢ່າງສໍາເລັດຜົນຢູ່ຫວຽດນາມ”.

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ໄປຢ້ຽມຊົມບັນດາຮ້ານວາງຂາຍສິນຄ້າຫວຽດນາມ ຢູ່ງານວາງສະແດງ ສ.ເກົາຫຼີ - ອາຊຽນ Invest.


TAG
VOV/VOVworld/ກອງ​ປະຊຸມ​ສຸດ​ຍອດ CEO ​ອາຊຽນ - ສ.​ເກົາຫຼີ/ນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່/ເປັນອັນໜຶ່ງອັນດຽວ


ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ