logo

ຫວຽດນາມ ແລະ ອານເຊຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

2025/11/20 | 10:43:37
(VOVWORLD) - ໃນຂອບເຂດການຮ່ວມມືໃໝ່, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ໃຫ້ບຸລິມະສິດແກ່ກັນໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ
(ທີ່ການພົບປະສົນທະນາ)

        ໃນຂອບເຂດການຢ້ຽມຢາມ ອານເຊຣີ ຢ່າງເປັນທາງການ, ຕອນເຊົ້າວັນທີ 19 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ສູນກອງປະຊຸມສາກົນທີ່ນະຄອນຫຼວງ Algiers, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Sifi Ghrieb, ນາຍົກລັດຖະມົນຕີ ອານເຊຣີ. ຢູ່ທີ່ນີ້ິ້, 2 ຝ່າຍໄດ້ເຫັນດີຍົກລະດັບການພົວພັນລະຫວ່າງ ຫວຽດນາມ - ອານເຊຣີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.

        ໃນຂອບເຂດການຮ່ວມມືໃໝ່, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ໃຫ້ບຸລິມະສິດແກ່ກັນໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ; ຊຸກຍູ້ການລົງທຶນ, ເປີດປະຕູຕະຫຼາດ 2 ປະເທດໃຫ້ສິນຄ້າທີ່ມີທ່າແຮງຂອງກັນ, ເພີ່ມທະວີການແລກປ່ຽນການຄ້າ, ຮັບປະກັນຜົນປະໂຫຍດຂອງ 2 ປະເທດໃຫ້ມີຄວາມດຸ່ນດ່ຽງ. ພ້ອມກັນນັ້ນ, ກໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ຄວາມປອດໄພທາງໄຊເບີ, ກະສິກຳ… ທ່ານກໍ່ສະເໜີໃຫ້ 2 ຝ່າຍຕັ້ງໜ້າສ້າງຕັ້ງອະນຸກຳມະການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ສາທາລະນະສຸກ, ການສຶກສາບຳລຸງສ້າງ ແລະ ບັນດາຂົງເຂດວິຊາສະເພາະຂະແໜງການອື່ນໆ.

        ສິ້ນສຸດການພົບປະສົນທະນາ, ນາຍົກລັດຖະມົນຕີທັງ 2 ທ່ານ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ແລະ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຫຼາຍສະບັບລະຫວ່າງ 2 ປະເທດ, ຄື: ບົດບັນທຶກກອງປະຊຸມຄັ້ງທີ 13 ຄະນະກຳມະການປະສົມການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ຫວຽດນາມ - ອານເຊຣີ; ບົດບັນທຶກຊ່ວຍຈຳລະຫວ່າງກະຊວງກໍ່ສ້າງ ຫວຽດນາມ ແລະ ກະຊວງເຮືອນຢູ່, ການວາງແຜນຜັງຕົວເມືອງ ແລະ ນະຄອນ Algiers ໃນຂົງເຂດເຮືອນຢູ່, ການວາງແຜນຜັງຕົວເມືອງ; ສັນຍາກ່ຽວກັບການຮ່ວມມືໃນຂົງເຂດການສຶກສາລະຫວ່າງລັດຖະບານ 2 ປະເທດ…

TAG
VOV/VOVworld/ເພີ່ມ​ທະ​ວີ​/ແລກ​ປ່ຽນ​/ການ​ຄ້າ/ຮັບ​ປະ​ກັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ