logo

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຮັກ​ສາ​ທ່ວງ​ທ່າ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ​ຢ່າງ​ຕັ້ງ​ໜ້າ

2025/10/24 | 10:19:29
(VOVWORLD) - ຫວຽດນາມ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ອາເມລິກາ ໃນບັນດາຂົງເຂດທີ່ສອງຝ່າຍຕ່າງມີຄວາມສົນໃຈໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພິເສດແມ່ນວິທະຍາສາດເຕັກໂນໂລຢີ,  ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພະລັງງານ, ທາດເຄິ່ງຊັກນຳໄຟຟ້າ... ພ້ອມທັງສືບຕໍ່ຮັກສາການຮ່ວມມືໃນບັນດາຂົງເຂດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃຫ້ເປັນຢ່າງດີ. 
ການພົບປະກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper (ພາບ: TTXVN)

  ໃນການພົບປະກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper      ໃນຕອນບ່າຍວັນທີ 23 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ອາເມລິກາ ໃນບັນດາຂົງເຂດທີ່ສອງຝ່າຍຕ່າງມີຄວາມສົນໃຈໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພິເສດແມ່ນວິທະຍາສາດເຕັກໂນໂລຢີ,  ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພະລັງງານ, ທາດເຄິ່ງຊັກນຳໄຟຟ້າ... ພ້ອມທັງສືບຕໍ່ຮັກສາການຮ່ວມມືໃນບັນດາຂົງເຂດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃຫ້ເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ກໍສະເໜີໃຫ້ ອາເມລິກາ ສືບຕໍ່ພິຈາລະນາບັນດາປັດໄຈທີ່ມີລັກສະນະພິເສດສະເພາະຂອງພື້ນຖານເສດຖະກິດ ຫວຽດນາມ ໃນວິວັດທະນາການເຈລະຈາສັນຍາພາສີສົມທົບລະຫວ່າງສອງປະເທດ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເພີ່ມທະວີການຊື້ສິນຄ້າ ອາເມລິກາ, ໂດຍສະເພາະແມ່ນບັນດາປະເພດສິນຄ້າເຕັກໂນໂລຢີສູງ, ເປີດກວ້າງຕະຫຼາດໃຫ້ແກ່ສິນຄ້າ ອາເມລິກາ ແລະ ສ້າງເງື່ອນໄຂໃຫ້ວິສາຫະກິດ ອາເມລິກາ ເຄື່ອນໄຫວດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper ກໍ່ຢັ້ງຢືນວ່າ ສະຖານທູດ ອາເມລິກາ ຈະສົມທົບກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອມີບັນດາວິທີການເປີດກວ້າງການຮ່ວມມືໃນທຸກຂົງເຂດ, ຜ່ານນັ້ນ, ກໍ່ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອາເມລິກາ ຢ່າງແຮງ.

 


TAG
VOV/VOVworld/ສັນຍາພາສີສົມທົບ/ຫວຽດ​ນາມ/ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ