logo

ຫວຽດນາມ ແລະ ແຟງລັງ ຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ

2025/10/21 | 12:04:00
(VOVWORLD) - ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

ທ່ານປະທານາທິບໍດີ ແຟງລັງ Alexander Stubb  ແລະ ພັນລະຍາຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ (ພາບ: VOV)

10 ໂມງເຊົ້າ ຂະບວນລົດສົ່ງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າໄປທຳນຽບປະທານາທິບໍດີ, ທ່ານປະທານາທິບໍດີ ແຟງລັງ Alexander Stubb ໄດ້ອອກຕ້ອນຮັບຢູ່ປະຕູລົດ ແລະ ຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່ ໂຕເລິມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ, ການນຳສອງທ່ານໄດ້ກ້າວຂຶ້ນເວທີກຽດຕິຍົດ, ເພງຊາດຂອງສອງປະເທດ ຫວຽດນາມ - ແຟງລັງ ໄດ້ບັນເລັງຂຶ້ນ. 

ທ່ານປະທານາທິບໍດີ ແຟງລັງ Alexander Stubb ແລະ ພັນລະຍາ ແລະ ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ (ພາບ: TTXVN)

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Alexander Stubb ໄດ້ນຳພາຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການພົບປະເຈລະຈາ ແນໃສ່ປຶກສາຫາລືບັນດາທິດທາງການຮ່ວມມືນຳການພົວພັນສອງປະເທດນັບມື້ນັບແທດຈິງ ແລະ ພັດທະນາຢ່າງດີງາມກວ່າອີກໃນໄລຍະຈະມາເຖິງ.

ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: VOV)

     ການນຳ 2 ທ່ານເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດທີ່ສອງຝ່າຍ ຕ້ອງຊຸກຍູ້ການພັດທະນາໃນໄລຍະຈະມາເຖິງ, ຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ປ່າໄມ້, ເສດຖະກິດໝູນວຽນ, ການຫັນເປັນສີຂຽວ, ການຮ່ວມມືພັດທະນາທະເລແບບຍືນຍົງ, ວິທະຍາສາດ ແລະ ເຕັກໂນໂລຊີ... ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ສັນຍາປົກປ້ອງການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (EVIPA). ທ່ານເລຂາທິການໃຫຍ່ ໂຄເລີມ ເນັ້ນໜັກວ່າ ຫວຽດນາມ ຍິນດີ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແຟງລັງ ມາລົງທຶນຢູ່ ຫວຽດນາມ; ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບແຟງລັງ ເພື່ອເປັນຂົວຕໍ່ເຂົ້າເຖິງ EU - ອາຊຽນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ - EU, ແຟງລັງ - ອາຊຽນ ພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ. ສ່ວນທ່ານປະທານາທິບໍດີ Alexander Stubb ຢືນຢັນວ່າ ແຟງລັງ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດທີ່ ແຟງລັງ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ເສດຖະກິດໝູນວຽນ, ວິທະຍາສາດ ແລະ ເຕັກໂນໂລຊີ, ການສຶກສາ ແລະ ບຳລຸງສ້າງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

      ເນື່ອງໃນໂອກາດນີ້, ຫວຽດນາມ ແລະ ແຟງລັງໄດ້ອອກຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນຫວຽດນາມ - ແຟງລັງ ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ; ຢືນຢັນບັນດາຫຼັກການ, ກຳນົດທິດໃຫຍ່ເພື່ອຊຸກຍູ້ ແລະ ເພີ່ມທະວີການຮ່ວມມື, ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ແຟງລັງ.

ກໍໃນຕອນເຊົ້າຂອງວັນດຽວກັນ, ຢູ່ທຳນຽບປະທານາທິບໍດີ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ ສ.ແຟງລັງ Alexander Stubb ໄດ້ເປັນສັກຂີພິຍານທີພິທີລົງນາມໃນເອກະສານຮ່ວມມືສອງຝ່າຍ ຫວຽດນາມ - ແຟງລັງ. ບັນດາເອກະສານທີ່ໄດ້ລົງນາມຮ່ວມມືກັນລວມມີ: ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືສອງຝ່າຍໃນຂົງເຂດສິ່ງແວດລ້ອມ, ຊີວະນາໆພັນ ແລະ ການປ່ຽນແປງຂອງດິນຟ້າອາກາດລະຫວ່າງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ກັບກະຊວງສິ່ງແວດລ້ອມແຟງລັງ; ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງການເງິນ ຫວຽດນາມ ແລະ ກະຊວງການຕ່າງປະເທດ ແຟງລັງ ກ່ຽວກັບການໜູນຊ່ວຍ ແລະ ຊຸກຍູ້ວຽກງານກະກຽມ ແລະ ຜັນຂະຫຍາຍບັນດາໂຄງການທີ່ໄດ້ຮັບການອຸປະຖຳຈາກໂຄງການລົງທຶນສາທາລະນະຂອງ ແຟງລັງ; ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງການເງິນ ຫວຽດນາມ ແລະ ອົງການສິນເຊື່ອສົ່ງອອກ ແຟງລັງ.  

 

TAG
VOV/VOVworld/ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ/ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ