logo

ຫ​ວຽດ​ນາມ ແລະ ແຟງ​ລັງ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

2025/10/22 | 12:46:37
(VOVWORLD) - ໃນຂອບເຂດການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 21 ຕຸລາ ຕາມເລາທ້ອງຖິ່ນ, ພາຍຫຼັງພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານາທິບໍດີ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີ Alexander Stubb. 
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນວາລະພົບປະເຈລະຈາ

  ນະທີ່ນີ້, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ພະເສດ ແມ່ນໃນບັນດາຂົງເຂດທີ່ສອງຝ່າຍຕ້ອງຍູ້ແຮງການພັດທະນາໃນໄລຍະຈະມາເຖິງ, ເຊັ່ນ: ເຕັກໂນໂລຢີຂໍ້ມູນຂ່າວສານ, ປ່າໄມ້, ເສດຖະກິດໝູນວຽນ, ຫັນເປັນສີຂຽວ, ການຮ່ວມມືພັດທະນາທະເລແບບຍືນຍົງ, ວິທະຍາສາດ - ເຕັກນິກ... ສອງຝ່າຍເຫັນດີເປັນເອກະສັນຂຸດຄົ້ນສັນຍາການຄ້າເສລີ ຫວຽດນາມ - EU (EVFTA), ສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (EVIPA) ຢ່າງມີປະສິດທິຜົນ.

        ສອງຝ່າຍກໍເຫັນດີຍູ້ແຮງການຮ່ວມມືໃນບັນດາຂົງເຂດອື່ນ, ເຊັ່ນ: ການສຶກສາ - ບຳລຸງສ້າງ, ການຮ່ວມມືຂັ້ນທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ. ການນຳສອງທ່ານກໍເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ; ສະໜັບສະໜູນຫຼັກໝັ້ນແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ຄວບຄຸມ ແລະ ຢຸດຕິການປະທະກັນ. ກ່ຽວກັບບັນດາທະເລຕາເວັນອອກ, ສອງຝ່າຍສະໜັບສະໜູນທັດສະນະລວມຂອງ ອາຊຽນ ໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ.

        ເນື່ອງໃນໂອກາດນີ້, ຫວຽດນາມ ແລະ ແຟງລັງ ໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງສອງຝ່າຍຍົກລະດັບການຳພົວພັນ ຫວຽດນາມ - ແຟງລັງ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ; ຢັ້ງຢືນບັນດາຫຼັກການ, ວາງອອກບັນດາກຳນົດທິດໃຫຍ່ເພື່ອຍູ້ແຮງ ແລະ ເພີ່ມທະວີການຮ່ວມມື, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ແຟງລັງ.


TAG
VOV/VOVworld/ຫ​ວຽດ​ນາມ ແລະ ແຟງ​ລັງ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ