logo

ຫວຽດ​ນາມ ແລະ ແຟງ​ລັງ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ

2025/9/29 | 11:39:07
(VOVWORLD) - ທ່ານນາງເລທິທູຮັ່ງ ສະເໜີກະຊວງການຕ່າງປະເທດ ສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບົດບາດປະສານງານເພື່ອເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Jumka Salovaara ລັດຖະມົນຕີການຕ່າງປະເທດແຟງລັງ (ພາບ: baoquocte.vn)

ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ແຟງລັງ, ວັນທີ 26 ກັນຍາ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຮັດວຽກກັບທ່ານ Jumka Salovaara ລັດຖະມົນຕີການຕ່າງປະເທດແຟງລັງ ຢູ່ນະຄອນຫຼວງ Helsinki.

ທ່ານນາງເລທິທູຮັ່ງ ສະເໜີກະຊວງການຕ່າງປະເທດ ສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບົດບາດປະສານງານເພື່ອເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ໃນນັ້ນມີການຈັດຕັ້ງແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ກົນໄກຮ່ວມມືລະຫວ່າງສອງປະເທດ, ຕັ້ງໜ້າຜັນຂະຫຍາຍບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ຮັບການລົງນາມແລ້ວລະຫວ່າງສອງຝ່າຍ.

ສ່ວນທ່ານ Jumka Salovaara ຢັ້ງຢືນ ຫວຽດນາມແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງແຟງລັງ ໃນອາຊຽນ ແລະ ແຟນລັງຈະຊຸກຍູ້ການພົວພັນ ຫວຽດນາມ - ສະຫະພາບເອີລົບ (EU). 

TAG
VOV/VOVworld/ຫວຽດ​ນາມ/ແຟງ​ລັງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ