logo

ຫວຽດນາມ ແລະ ໄທ ເຫັນດີຍູ້ແຮງການຮ່ວມມື 2 ຝ່າຍ

2025/10/4 | 17:11:38
(VOVWORLD) - ລັດຖະມົນຕີ 2 ທ່ານໄດ້້ເຫັນດີຍູ້ແຮງການຮ່ວມມືດ້ານເສດຖະກິດ, ມຸ່ງໄປເຖິງເລື່ອງບັນລຸວົງເງິນການຄ້າ 2 ຝ່າຍໃຫ້ໄດ້ 25 ຕື້ USD
ທີ່ການໂອ້ລົມທາງໂທລະສັບກັບທ່ານ ສີຫາສັກ ພວງເກດແກ້ວ, ລັດຖະມົນຕີກະຊວງການຕ່າງປະເທດ ໄທ
(ພາບ: mofa.gov.vn)

ຕອນບ່າຍວັນທີ 03 ຕຸລາ, ໃນການໂອ້ລົມທາງໂທລະສັບກັບທ່ານ ສີຫາສັກ ພວງເກດແກ້ວ, ລັດຖະມົນຕີກະຊວງການຕ່າງປະເທດ ໄທ, ທ່ານ ເລຮວ່າຍຈຸງ, ຜູ້ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ສະໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍບັນດາໝາກຜົນລະອຽດ, ສຳຄັນຂອງກອງປະຊຸມຄະນະລັດຖະບານຮ່ວມ ຫວຽດນາມ - ໄທ ຄັ້ງທີ 4, ໃນນັ້ນ ສຸມໃສ່ສ້າງໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ ໄລຍະ 2026 - 2030 ໂດຍໄວ.

ສ່ວນທ່ານ ສີຫາສັກ ພວງເກດແກ້ວ, ລັດຖະມົນຕີການຕ່າງປະເທດ ໄທ ໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືກັນຢ່າງແໜ້ນແຟ້ນລະຫວ່າງ ກະຊວງການຕ່າງປະເທດຂອງ 2 ປະເທດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ.

ລັດຖະມົນຕີ 2 ທ່ານໄດ້້ເຫັນດີຍູ້ແຮງການຮ່ວມມືດ້ານເສດຖະກິດ, ມຸ່ງໄປເຖິງເລື່ອງບັນລຸວົງເງິນການຄ້າ 2 ຝ່າຍໃຫ້ໄດ້ 25 ຕື້ USD; 2 ຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ໃຫ້ບຸລິມະສິດການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ການຫັນເປັນດີຈີຕອນ, ລັດຖະບານເອເລັກໂຕນິກ, ສ້າງລະບົບຊີວະພາບນະວັດຕະກຳ… 2 ຝ່າຍໄດ້ເຫັນດີສົມທົບກັນໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ; ຢືນຢັນຄືນໃໝ່ຄຳໝັ້ນສັນຍາບໍ່ອະນຸຍາດໃຫ້ບໍ່ວ່າສ່ວນບຸກຄົນ ຫຼື ອົງການໃດນຳໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອຕ້ານຄືນປະເທດອື່ນ.

TAG
VOV/VOVworld/​ລະ​ອຽດ/ສຳ​ຄັນ​/ກອງ​ປະ​ຊຸມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ