logo

ຫວຽດນາມໃຫ້ຄໍາໝັ້ນສັນຍາຮ່ວມມືຜັນຂະຫຍາຍບັນດາບຸລິມະສິດຂອງອາຊຽນໃນການກໍ່ສ້າງປະຊາຄົມອາຊຽນ

2018/8/7 | 07:54:00
(VOVWORLD) -ວັນທີ 6 ສິງຫາ, ຢູ່ສໍານັກງານຄະນະເລຂານຸການອາຊຽນຢູ່ນະຄອນ ຈາກາຕາ, ປະເທດອິນໂດເນເຊຍ, ທ່ານເຈີ່ນດຶກບິງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈໍາອາຊຽນ, ໄດ້ຍື່ນສະເໜີສານແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອາຊຽນ  Dato Lim Jock Hoi.

 ທ່ານເຈີ່ນດຶກບິງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈໍາອາຊຽນ ຍື່ນສະເໜີສານແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອາຊຽນ  Dato Lim Jock Hoi

(ພາບ:TTXVN)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ອາຊຽນ ມີຄວາມປາດຖະໜາວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບທ່ານເອກອັກຄະລັດຖະທູດ ແລະ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາອາຊຽນ ໃນວິວັດການດັ່ງກ່າວ. ທ່ານເລຂາທິການໃຫຍ່ສະແດງຄວາມພ້ອມແລ້ວ ທີ່ຈະສົມທົບ ແລະ ໜູນຊ່ວຍຫວຽດນາມ ໃນວິວັດການກະກຽມ ແລະ ຮັບດໍາລົງຕໍາແໜ່ງເປັນປະທານອາຊຽນໃນປີ 2020 ກໍຄືປະຕິບັດບັນດາເປົ້າໝາຍ, ບຸລິມະສິດ ເຊິ່ງຫວຽດນາມໄດ້ວາງອອກ ໃຫ້ປະກົດຜົນເປັນຈິງ ເພື່ອແນໃສ່ຊຸກຍູ້ການຮ່ວມມືຂອງອາຊຽນໃຫ້ຂຶ້ນສູ່ລະດັບສູງໃໝ່.

        ທ່ານ ເຈີ່ນດຶກບິງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາອາຊຽນ ຢັ້ງຢືນວ່າ ຫວຽດນາມຖື ປະຊາຄົມອາຊຽນ ເປັນສໍາຄັນທີ່ສຸດ ໃນແນວທາງນະໂຍບາຍທາງການທູດ, ໃຫ້ຄໍາໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ແລະ ຄະນະເລຂານຸການອາຊຽນ ຜັນຂະຫຍາຍບັນດາບຸລິມະສິດສູງຂອງອາຊຽນໃນການກໍ່ສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ, ເສີມຂະຫຍາຍຖານະບົດບາດຂອງອາຊຽນໃຫ້ດີກວ່າອີກ.

TAG
VOV/VOVworld/ບຸລິມະສິດ/​ ສານແຕ່ງຕັ້ງ/​ປະຊາ​ຄົມ​ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ