logo

ຫວຽ​ດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພື່ອ​ໂລກ​ບໍ່​ມີ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄຼຍ

2025/11/11 | 07:28:20
(VOVWORLD) - ຫວຽດນາມ ສະໜັບສະໜູນສົນທິສັນຍາເກືອດຫ້າມການທົດລອງນິວເຄຼຍຮອບດ້ານ (CTBT) ຢ່າງແຮງ; ພ້ອມທັງເນັ້ນໜັກເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນບັນດາປະເທດນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບໄປຄຽງຄູ່ກັບການຮັບປະກັນຄວາມປອດໄພ ແລະ ການປະຕິບັດບັນດາມາດຕະຖານຂອງອົງການປະລະມານູສາກົນ (IAEA). 
ທ່ານເອກອັກຄະລັດຖະທູດ ຫວູເລຖາຍຮວ່າງ, ຫົວໜ້າຄະນະ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນຢູ່ວາລະປະຊຸມ

ນັບແຕ່ວັນທີ 10 – 12 ພະຈິກ, ຢູ່ນະຄອນຫຼວງ ວຽນ, ປະເທດ ໂອຕາລິດ, ໄດ້ດຳເນີນກອງປະຊຸມຄັ້ງທີ 65 ຂອງຄະນະກຳມະການກະກຽມອົງການສົນທິສັນຍາເກືອດຫ້າມການທົດລອງນິວເຄຼຍຮອບດ້ານ (CTBTO). ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູເລຖາຍຮວ່າງ, ຫົວໜ້າຄະນະ ຫວຽດນາມ ປະຈຳ ສປຊ ແລະ ບັນດາອົງການຈັດຕັ້ງສາກົນຢູ່ ວຽນ, ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນສົນທິສັນຍາເກືອດຫ້າມການທົດລອງນິວເຄຼຍຮອບດ້ານ (CTBT) ຢ່າງແຮງ; ພ້ອມທັງເນັ້ນໜັກເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນບັນດາປະເທດນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບໄປຄຽງຄູ່ກັບການຮັບປະກັນຄວາມປອດໄພ ແລະ ການປະຕິບັດບັນດາມາດຕະຖານຂອງອົງການປະລະມານູສາກົນ (IAEA). ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ເລື່ອງ ຫວຽດນາມ ຈະຮັບດຳລົງບົດບາດເປັນປະທານກອງປະຊຸມສຳຫຼວດກວດຄືນສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍຄັ້ງທີ 11 (NPT RevCon 2026 ຢູ່ ນິວຢອກ) ແລະ ຄຳໝັ້ນສັນຍາ ຈະຊຸກຍູ້ຄວາມດຸ່ນດ່ຽງ, ສ້າງຄວາມເຫັນດີເຫັນພ້ອມ, ຕິດພັນວິວັດທະນາການ NPT ກັບບັນດາກົນໄກເສີມສ້າງຄື CTBT. ຫວຽດນາມ ຈະດຳເນີນການປຶກສາຫາລືກັບບັນດາກຸ່ມພາກພື້ນຢູ່ ວຽກນ ແຕ່ວັນທີ 24 – 25 ພະຈິກ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວູເລຖາຍຮວ່າງ ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັບ CTBTO ແລະ ບັນດາປະເທດສະມາຊິກຊຸກຍູ້ລັດທິຫຼາຍຝ່າຍຢ່າງແໜ້ນແຟ້ນ, ຮັບປະກັນຄວາມດຸ່ນດ່ຽງກ່ຽວກັບພູມີປະເທດ ແລະ ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ແລະ ຊາວໜຸ່ມໃນບັນດາກິດຈະກຳຂອງ CTBTO, ພ້ອມກັນປະກອບສ່ວນເຂົ້າໃນເປົ້າໝາຍລວມກ່ຽວກັບໂລກບໍ່ມີການທົດລອງອາວຸດນິວເຄຼຍ.

TAG
VOV/VOVworld/ເກີ​ອດ​ຫ້າມການທົດລອງນິວເຄຼຍຮອບດ້ານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ