logo

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ເພື່ອ​ຮັບ​ປະ​ກັນ​ການ​ຮັບປະກັນຊີວິດ​ສັງ​ຄົມ, ນຳ​ມາ​ເຊິ່ງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ອີ່ມ​ໜຳ​ສຳ​ລານ, ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ

2025/11/7 | 09:00:00
(VOVWORLD) - ນັບແຕ່ວັນທີ 04 – 06 ພະຈິກ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດໂລກ ກ່ຽວກັບການພັດທະນາສັງຄົມ ຄັ້ງທີ 2 ເຊິ່ງໄດ້ດຳເນີນຢູ່ນະຄອນຫຼວງ Doha  ຂອງ ກາຕາ.
ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:ກະຊວງການຕ່າງປະເທດ)

ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ  ໄດ້ແບ່ງປັນຜົນສຳເລັດຂອງ ຫວຽດນາມ ເມື່ອຄວບໂຄງການດຳເນີນງານ Copenhagen 1995 ເຂົ້າກັບບັນດາຍຸດທະສາດພັດທະນາປະເທດໃນ 3 ທົດສະວັດຜ່ານມາ, ພົ້ນເດັ່ນແມ່ນ: ວິວັດການຫຼຸດຜ່ອນຄວາມທຸກຍາກ ແຕ່ 58,1% ລົງເຫຼືອພຽງ 1,3% ໃນປີ 2025; ຜູ້ຫວ່າງງານຈາກ 7% ລົງເຫຼືອ 2,2%; ລົບລ້າງການກຶກໜັງສືໃຫ້ແກ່ປະຊາຊົນເກືອບທັງໝົດ. ທ່ານນາງ ຫງວຽນມິງຮັ່ງ ຢັ້ງຢືນວ່າ ໃນສັງກາດພັດທະນາໃໝ່ຂອງປະເທດຊາດ, ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາການບຸລິມະສິດສູງສຸດເພື່ອຮັບປະກັນການຊ່ວຍເຫຼືອສັງຄົມ, ສຸມທຸກແຫຼ່ງກຳລັງເພື່ອຮັບປະກັນບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ ຈະນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ.

ຈາກປະສົບການຕົວຈິງຂອງ ຫວຽດນາມ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະເໜີ 3 ມາດຕະການຫຼັກແຫຼ່ງແກ່ນສານເພື່ອປະຕິບັດໂຄງການດຳເນີນງານ Copehagen  ແລະ ຖະແຫຼງການການເມືອງ Doha ຢ່າງມີປະສິດທິຜົນ.

TAG
VOV/VOVworld/ໂຄງການດຳເນີນງານ Copenhagen

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ