logo

ຫວຽດ​ນາມ ໄດ້​ສະ​ເໜີ​ລ​ົງ​ທະ​ບຽນ​ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ການ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ທົ່ວ​ໂລກ ກ່ຽວ​ກັບ​ການ​ເຄື່ອນ​ຍ້າຍ​ຖີ່ນ​ຖານ

2025/12/20 | 07:22:00
(VOVWORLD) - ຫວຽດນາມມີການປະກອບສ່ວນຢ່າງຕັ້ງໜ້າຫຼາຍຢ່າງ ແລະ ຄວນລົງທະບຽນກາຍເປັນປະເທດນຳໜ້າ (Champion Country) ໃນການຜັນຂະຫຍາຍຂໍ້ຕົກລົງທົ່ວໂລກກ່ຽວກັບ ການເຄື່ອນຍ້າຍຖີ່ນຖານອັນຊອບທຳ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ (ຂໍ້ຕົກລົງ GCM) ຂອງ ສປຊ. 
ກອງປະຊຸມສະຫຼຸບເບື້ອງຕົ້ນ 5 ປີແຫ່ງການຜະຕິບັດແຜນການຜັນຂະຫຍາຍຂໍ້ຕົກລົງ GCM
(ພາບ: baoquocte.vn)

ຫວຽດນາມມີການປະກອບສ່ວນຢ່າງຕັ້ງໜ້າຫຼາຍຢ່າງ ແລະ ຄວນລົງທະບຽນກາຍເປັນປະເທດນຳໜ້າ (Champion Country) ໃນການຜັນຂະຫຍາຍຂໍ້ຕົກລົງທົ່ວໂລກກ່ຽວກັບ ການເຄື່ອນຍ້າຍຖີ່ນຖານອັນຊອບທຳ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ (ຂໍ້ຕົກລົງ GCM) ຂອງ ສປຊ. ນີ້ແມ່ນການຕີລາຄາຂອງຫົວໜ້າຄະນະຜູ້ຕ່າງໜ້າອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖີ່ນຖານ (IOM) ຢູ່ກອງປະຊຸມສະຫຼຸບເບື້ອງຕົ້ນ 5 ປີແຫ່ງການປະຕິບັດແຜນການຜັນຂະຫຍາຍຂໍ້ຕົກລົງ GCM ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 19 ທັນວາ ຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, ຜູ້ຕາງໜ້າຂອງ IOM ຕີລາຄາວ່າພາຍຫຼັງ 5 ປີເຂົ້າຮ່ວມຂໍ້ຕົກລົງ GCM, ຫວຽດນາມ ຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍຄຳໝັ້ນສັນຍາສາກົນ, ດັ່ງນັ້ນ,  ຜູ້ຕາງໜ້າ IOM ສະເໜີ ຫວຽດນາມ ພິຈາລະນາຈົດທະບຽນກາຍເປັນປະເທດນຳໜ້າ ໃນການຜັນຂະຫຍາຍຂໍ້ຕົກລົງ GCM ຢູ່ເວທີປາໄສສຳຫຼວດກວດກາ ການເຄື່ອນຍ້າຍຖີ່ນຖານສາກົນ (IMRF)  ຈະດຳເນີນໃນເດືອນພຶດສະພາ 2026 ຢູ່ນິວຢອກ, ອາເມລິກາ.

TAG
VOV/VOVworld/ຫວຽດ​ນາມ/​ເຄື່ອນ​ຍ້າຍ​ຖີ່ນ​ຖານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ