logo

ຫວຽດ​ນາມ ໄດ້​ສ້າງ​ສຳ​ເລັດ​ນະ​ໂຍ​ບາຍ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຄຸ້ມ​ຄອງ, ພັດ​ທະ​ນາ​ອາ​ຊີບ​ຫາ​ປາ​ແບບ​ຍືນ​ຍົງ

2026/3/20 | 08:45:39
(VOVWORLD) - ຕາມທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລ້ວ, ຫວຽດນາມ ບໍ່ໄດ້ຖືການປະຕິບັດບັນດາຂໍ້ສະເໜີແນະໃນການປ້ອງກັນ, ຕ້ານ IUU ເພື່ອແນໃສ່ຈຸດປະສົງ “ຍົກເລີກບັດເຫຼືອງ” ຢ່າງດຽວເທົ່ານັ້ນ, ຫາກຍັງຖືນີ້ແມ່ນບັນຫາພັດທະນາແບບຍືນຍົງ, ປົກປ້ອງແຫຼ່ງຜົນປະໂຫຍດສິນໃນນ້ຳ ແລະ ການຫາເງິນລ້ຽງຊີບແບບຍາວນານຂອງປະຊາຊົນ, ພ້ອມທັງແມ່ນຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ກັບບັນດາບັນຫາພາກພື້ນ ແລະ ທົ່ວໂລກອີກດ້ວຍ. 
 ການເຮັດວຽກກັບຄະນະກວດກາຂອງ EC (ພາບ: VOV)

ຫວຽດນາມ ໄດ້ສ້າງສຳເລັດນະໂຍບາຍ, ຍົກສູງກຳລັງຄວາມສາມາດຄຸ້ມຄອງ, ພັດທະນາອາຊີບຫາປາແບບຍືນຍົງ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃນການເຮັດວຽກກັບຄະນະກວດກາຂອງຄະນະກຳມະການເອີຣົບ (EC) ເມື່ອຕອນບ່າຍວັນທີ 19 ມີນາ ເນື່ອງໃນໂອກາດມາ ຫວຽດນາມ ເພື່ອຕີລາຄາ, ພິຈາລະນາການປະຕິບັດການປ້ອງກັນ, ຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU) ຢູ່ ຫວຽດນາມ. ຕາມທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລ້ວ, ຫວຽດນາມ ບໍ່ໄດ້ຖືການປະຕິບັດບັນດາຂໍ້ສະເໜີແນະໃນການປ້ອງກັນ, ຕ້ານ IUU ເພື່ອແນໃສ່ຈຸດປະສົງ “ຍົກເລີກບັດເຫຼືອງ” ຢ່າງດຽວເທົ່ານັ້ນ, ຫາກຍັງຖືນີ້ແມ່ນບັນຫາພັດທະນາແບບຍືນຍົງ, ປົກປ້ອງແຫຼ່ງຜົນປະໂຫຍດສິນໃນນ້ຳ ແລະ ການຫາເງິນລ້ຽງຊີບແບບຍາວນານຂອງປະຊາຊົນ, ພ້ອມທັງແມ່ນຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ກັບບັນດາບັນຫາພາກພື້ນ ແລະ ທົ່ວໂລກອີກດ້ວຍ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ໃນໄລຍະສັ້ນ ຈະສຳຫຼວດກວດຄືນ, ປັບປຸງບັນດາຂໍ້ກຳນົດທີ່ກ່ຽວຂ້ອງ; ແກ້ໄຂບັນດາກໍລະນີລະເມີດຢ່າງເຂັ້ມງວດ ແລະ ແຈ້ງໝາກຜົນກ່ຽວກັບ IUU ຢ່າງເປີດເຜີຍ.

        ສ່ວນທ່ານ Fernando Andresen Guimaraes ຫົວໜ້າຄະນະກວດກາ IUU ຖືວ່າ ຫວຽດນາມ ມີບັນດາຄວາມມານະພະຍາຍາມຢ່າງກະໂດດຂັ້ນ, ບັນລຸໄດ້ຄືບໜ້າໃຫຍ່ ເພື່ອແນໃສ່ຍົກເລີກບັດເຫຼືອງ IUU. EC ຍາມໃດກໍພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍ ຫວຽດນາມ ເພື່ອສິ້ນສຸດວິວັດທະນາການນີ້ ແລະ ຍົກເລີກບັດເຫຼືອງໂດຍໄວ.


TAG
VOV/VOVworld/ການປ້ອງກັນ/ຕ້ານ IUU/ພັດ​ທະ​ນາ​ອາ​ຊີບ​ຫາ​ປາ​ແບບ​ຍືນ​ຍົງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ