logo

ຫວຽດນາມ ໄດ້ຮັບການເລືອກຄັ້ງຄືນໃໝ່ເປັັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2026 – 2028

2025/10/15 | 08:38:00
(VOVWORLD) - ໝາກຜົນດັ່ງກ່າວເປັນການສະແດງໃຫ້ຫັນຄວາມໄວ້ເນື້ອເຊື່ອໃຈຂອງບັນດາສະມາຊິກສະຫະປະຊາຊາດຕໍ່ບັນດາຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຢ່າງແຮງຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ
(ຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ສະຫະປະຊາຊາດ)

        ວັນທີ 14 ຕຸລາ (ຕາມເວລາ ນິວຢອກ) ປະເທດ ອາເມລິກາ, ຢູ່ສຳນັກງານສະຫະປະຊາຊາດ, ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ເລືອກຕັ້ງບັນດາສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2026 – 2028. 190 ປະເທດສະມາຊິກສະຫະປະຊາຊາດມີຖານະຢ່າງພຽງພໍ ໄດ້ປ່ອນບັດເລືອກຕັ້ງ 14 ປະເທດສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2026 – 2028. ຫວຽດນາມ ມີ 180 ບັດສະໜັບສະໜູນ, ສູງທີ່ສຸດໃນກຸ່ມອາຊີ - ປາຊີຟິກ, ພ້ອມກັນນັ້ນກໍ່ແມ່ນປະເທດ ອາຊີ - ປາຊີຟິກ ໜຶ່ງດຽວເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025 ທີ່ໄດ້ຮັບການເລືອກຕັ້ງຄືນໃໝ່ໃນອາຍຸການ 2026 – 2028.

        ໝາກຜົນດັ່ງກ່າວເປັນການສະແດງໃຫ້ຫັນຄວາມໄວ້ເນື້ອເຊື່ອໃຈຂອງບັນດາສະມາຊິກສະຫະປະຊາຊາດຕໍ່ບັນດາຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຢ່າງແຮງຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ພ້ອມກັບບັນດາການປະກອບສ່ວນ, ຂໍ້ລິເລີມຂອງ ຫວຽດນາມ ໃນຖະນະເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025 ຜ່ານມາ.

        ໃນເທື່ອທີ 3 ຮັບດຳລົງຕຳແໜ່ງສະມາຊິກສະພາສິດທິມະນຸດສະຫະປະຊາຊາດ, ຫວຽດນາມ ຈະສືບຕໍ່ຊຸກຍູ້ 8 ຂົງເຂດບຸລິມະສິດກ່ຽວກັບການຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ, ຮັບປະກັນສິດທິມະນຸດໃນການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນເປັນດີຈີຕອນ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ປົກປ້ອງບັນດາກຸ່ມຄວາມສ່ຽງສູງກວ່າເພີນ, ສິດສາທາລະນະສຸກ, ສິດມີວຽກເຮັດງານທຳ, ການສຶກສາສິດທິມະນຸດ ແລະ ສິດການສຶກສາ…

        ອາຍຸການສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2026  2028 ຈະເລີ່ມປະຕິບັດແຕ່ວັນທີ 01 ມັງກອນ 2026.

TAG
VOV/VOVworld/​ປະ​ສິດ​ທິ​ຜົນ​/​ເຄື່ອນ​ໄຫວ/ສະ​ພາ​/ສິດ​ທິ/ມະ​ນຸດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ