logo

ຫວຽດນາມ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງຮອງປະທານກອງປະຊຸມຄັ້ງທີ 43 ສະມັດຊາໃຫຍ່ UNESCO

2025/11/6 | 09:11:00
(VOVWORLD) - ເລື່ອງໄດ້ຮັບການເລືອກຕັ້ງເປັນ 2 ຄັ້ງນັ້ນ ໄດ້ສະແດງໃຫ້ເຫັນບົດບາດທີ່ຕັ້ງ, ອິດທິພົນຊື່ສຽງກຳລັງຄວາມສາມາດໃນການປະກອບສ່ວນທີ່ນັບມື້ນັບສູງຂອງ ຫວຽດນາມ ຢູ່ບັນດາລະບອບຫຼາຍຝ່າຍທົ່ວໂລກ
(ທ່ານຮອງລັດຖະມົນຕີ ໂງເລວັນ ກ່າວຄຳເຫັນດ້ານນະໂຍບາຍທີ່ກອງປະຊຸມຄົບຄະນະ UNESCO ຄັ້ງທີ 43)

ເລື່ອງ ຫວຽດນາມ ໄດ້ຮັບການຄັດເລືອກດຳລົງຕຳແໜ່ງຮອງປະທານນັ້ນ ໄດ້ປະກອບສ່ວນເພີ່ມທະວີການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ ໃນວິວັດການສ້າງແຜນກຳນົດນະໂຍບາຍ, ປະສານງານ ແລະ ຜັນຂະຫຍາຍບັນດາຂໍໍ້ລິເລີ່ມຂອງ UNESCO ໃນບັນດາຂົງເຂດການສຶກສາ, ວັດທະນະທຳ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ການຖະແຫຼງຂ່າວ - ການສື່ສານ.

ກ່ອນໜ້ານັ້ນ, ຫວຽດນາມ ກໍ່ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງດັ່ງກ່າວທີ່ກອງປະຊຸມຄັ້ງທີ 42 ຂອງ ສະມັດຊາໃຫຍ່ UNESCO. ເລື່ອງໄດ້ຮັບການເລືອກຕັ້ງເປັນ 2 ຄັ້ງນັ້ນ ໄດ້ສະແດງໃຫ້ເຫັນບົດບາດທີ່ຕັ້ງ, ອິດທິພົນຊື່ສຽງກຳລັງຄວາມສາມາດໃນການປະກອບສ່ວນທີ່ນັບມື້ນັບສູງຂອງ ຫວຽດນາມ ຢູ່ບັນດາລະບອບຫຼາຍຝ່າຍທົ່ວໂລກ, ພ້ອມກັນນັ້ນ ກໍ່ຢືນຢັນການສະໜັບສະໜູນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນຕໍ່ບົດບາດເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ກຳລັັງຄວາມສາມາດໃນການບໍລິຫານຂອງ ຫວຽດນາມ ໃນຂອບເຂດ UNESCO.

TAG
VOV/VOVworld/​ສັງ​ຄົມ/ການຖະ​ແຫຼງ​ຂ່າວ/ການ​ສື່​ສານ.

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ