logo

ຫົວ​ເລື່ອງ APEC 2026 ແມ່ນ “ສ້າງ​ປະ​ຊາ​ຄົມ ອາ​ຊີ-ປາ​ຊີ​ຟິກ ພ້ອມ​ກັນ​ມີ​ຄວາມ​ວັດ​ທະ​ນາ​ຖາ​ວອນ”

2025/12/12 | 11:32:27
(VOVWORLD) - ທ່ານ ສືຈິນຜິງ ປະທານປະເທດ ຈີນ ເນັ້ນໜັກວ່າ ດ້ວຍເລື່ອງເປັນເຈົ້າພາບຈັດກອງປະຊຸມ APEC 2026, ປະເທດ ຈີນ ຈະກຳໂອກາດເພື່ອເຕົ້າໂຮມທຸກຝ່າຍນຳກັນ ໃຫ້ແກ່ເປົ້າໝາຍສ້າງປະຊາຄົມ ອາຊີ-ປາຊີຟິກ ເຕີບໂຕ ແລະ ວັດທະນາຖາວອນ...


    ຫົວເລື່ອງ APEC 2026 ແມ່ນ “ສ້າງປະຊາຄົມ ອາຊີ-ປາຊີຟິກ ພ້ອມກັນມີຄວາມວັດທະນາຖາວອນ”. ນີ້ແມ່ນຂ່າວໂດຍຜູ້ຕາງໜ້າຂອງ ຈີນ ໄດ້ຍົກອອກມາທີ່ກອງປະຊຸມເຈົ້າໜ້າທີ່ອະວຸໂສບໍ່ເປັນທາງການ ຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (ISOM), ຈັດຂຶ້ນໃນັທີ 11-12 ທັນວາ ຢູ່ ຈີນ. ນີ້ແມ່ນເຫດການທຳອິດ ໂດຍ ຈີນ ຈັດຂຶ້ນໃນຖານະແມ່ນປະເທດເຈົ້າພາບກອງປະຊຸມ APEC ຄັ້ງທີ 33 ຊື່ງຄາດວ່າຈະຈັດຂຶ້ນຢູ່ Shenzhen ໃນເດືອນພະຈິກປີ 2026. ແລະ ກໍ່ຢູ່ກອງປະຊຸມ, ຈີນ ໄດ້ສະເໜີ 3 ເນື້ອໃນບຸລິມະສິດຂອງ APEC 2026 ແມ່ນ “ເປີດປະຕູ, ປ່ຽນແປງໃໝ່ ແລະ ຮ່ວມມື”.

  ກ່ອນໜ້ານັ້ນ, ວັນທີ 1 ພະຈິກ, ທີ່ພິທີມອບໜ້າທີ່ເປັນເຈົ້າພາບຈັດກອງປະຊຸມ ຢູ່ ສ.ເກົາຫຼີ, ທ່ານ ສືຈິນຜິງ ປະທານປະເທດ ຈີນ ເນັ້ນໜັກວ່າ ດ້ວຍເລື່ອງເປັນເຈົ້າພາບຈັດກອງປະຊຸມ APEC 2026, ປະເທດ ຈີນ ຈະກຳໂອກາດເພື່ອເຕົ້າໂຮມທຸກຝ່າຍນຳກັນ ໃຫ້ແກ່ເປົ້າໝາຍສ້າງປະຊາຄົມ ອາຊີ-ປາຊີຟິກ ເຕີບໂຕ ແລະ ວັດທະນາຖາວອນ, ເພີ່ມທະວີການຮ່ວມມືຕົວຈິງໃນບັນດາບັນດາບຸລິມະສິດ.

TAG
VOV/VOVworld/APEC 2026/ທ່ານ ສື​ຈິນ​ຜິງ ປະ​ທານ​ປະ​ເທດ ຈີນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ