logo

ຫົວ​ໜ້າ​ຜູ້​ຕາ​ງ​ໜ້າ UNESCO: ການ​ລົງ​ທຶນ​ເຂົ້າ​ມະ​ນຸດ ແລະ ວັດ​ທະ​ນະ​ທຳ ແມ່ນ​ປັດ​ໄຈ​ແກ່ນ​ສານ​ນຳ​ມາ​ເຊິ່ງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ

2026/3/20 | 08:54:32
(VOVWORLD) - ວັນທີ 20 ມີນາ ແມ່ນວັນແຫ່ງຄວາມຜາສຸກສາກົນ. ເພື່ອຕອບສະໜອງເຫດການນີ້, ປີ 2026, ຫວຽດນາມ ໄດ້ຈັດຫຼາຍກິດຈະກຳທີ່ແທດຈິງ, ມີຄວາມໝາຍ, ດ້ວຍສານທີ່ວ່າ “ຄວາມຜາສຸກໃຫ້ແກ່ທຸກຄອບຄົວ”.
 ທ່ານ Jonathan Baker, ຫົວໜ້າຄະນະຜູ້ຕາງໜ້າອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (ພາບ: TTXVN)
 ບັນດາການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງທົ່ວສັງຄົມກ່ຽວກັບບົດບາດ, ຄວາມໝາຍຂອງຄວາມຜາສຸກສ່ວນຕົວ, ຄອບຄົວ ແລະ ຊຸມຊົນ, ມຸ່ງໄປເຖິງການສ້າງສັງຄົມຍຸຕິທຳ, ປະຊາທິປະໄຕ, ວັດທະນາຖາວອນ ແລະ ຜາສຸກ.

        ຫວນຄືນບັນດາບາດກ້າວກະໂດດຂັ້ນຂອງ ຫວຽດນາມ ໃນການຍົກສູງລະດັບຄວາມຜາສຸກຂອງປະຊາຊົນ, ເນື່ອງໃນໂອກາດນີ້, ທ່ານ Jonathan Baker, ຫົວໜ້າຄະນະຜູ້ຕາງໜ້າອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ປະຈຳ ຫວຽດນາມ ຖືວ່າ: ຜົນສຳເລັດອັນແກ່ນສານຂອງ ຫວຽດນາມ ໃນການປົວແປງດັດຊະນີຄວາມຜາສຸກໃນຊຸມປີຜ່ານມາແມ່ນການລົງທຶນເຂົ້າມະນຸດຢ່າງແຮງ. ຫວຽດນາມ ໄດ້ເພີ່ມທະວີການລົງທຶນການເງິນໃຫ້ແກ່ລະບົບການສຶກສາ, ໜູນຊ່ວຍຄູອາຈານ ແລະ ນັກຮຽນ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍແມ່ນໜຶ່ງໃນບັນດາປະເທດແຖວໜ້າໂລກທີ່ຖືວັດທະນະທຳເປັນສຳຄັນຄືດັ່ງສ່ວນໜຶ່ງຂອງການພັດທະນາ ແລະ ການລົງທຶນເຂົ້າວັດທະນະທຳ ແລະ ສີສັນຊາດ ໄດ້ນຳມາເຊິ່ງຄວາມຜາສຸກໃຫ້ແກ່ປະຊາຊົນຢ່າງແທ້ຈິງ.

 

TAG
VOV/VOVworld/ຫົວ​ໜ້າ​ຜູ້​ຕາ​ງ​ໜ້າ UNESCO/ຄວາມ​ຜາ​ສຸກ​ໃຫ້​ແກ່​ທຸກ​ຄອບ​ຄົວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ