logo

ຫຼາຍກວ່າ 21 ລ້ານ USD ຊ່ວຍເຫຼືອປະຊາຊົນ ກູບາ ຜ່ານ ລາຍການ ‘’65 ປີ ນໍ້າໃຈຄວາມຮັກແພງ ຫວຽດນາມ-ກູບາ’’

2025/10/17 | 09:07:06
(VOVWORLD) - ລາຍການ ‘’65 ປີ ນໍ້າໃຈຄວາມຮັກແພງ ຫວຽດນາມ-ກູບາ’’ ແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ ສະແດງຄວາມເຄົາລົບ, ນ້ຳໃຈຮັກແພງອັນບໍລິສຸດຜຸດຜ່ອງ ກັບປະຊາຊົນ ກູບາ; ພ້ອມກັນນັ້ນກໍຍັງເປັນໂອກາດຮັດແໜ້ນ ນ້ຳໃຈມິດຕະພາບອັນເປັນມູນເຊື້ອ, ປະກອບສ່ວນປັບປຸງສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງໃຫ້ຫຼາຍກວ່າອີກ.
ລາຍການຂົນຂວາຍຊ່ວຍເຫຼືອ ປະຊາຊົນກູບາ  ໄດ້ສິ້ນສຸດໃນເວລາ 24 ໂມງ ໃນວັນທີ 16 ຕຸລາ ດ້ວຍໝາກຜົນເປັນໜ້າຊື່ນຊົມ (ພາບ: ສູນກາງສະພາກາແດງ ຫວຽດນາມ)

ໄລ່ຮອດ ເວລາ 20 ໂມງ ຂອງວັນທີ 16 ຕຸລາ, ມື້ສຸດທ້າຍຂອງລາຍການຂົນຂວາຍຊ່ວຍເຫຼືອ ປະຊາຊົນກູບາ ດ້ວຍຫົວຂໍ້ ‘’ 65 ປີ ນໍ້າໃຈຄວາມຮັກແພງ ຫວຽດນາມ-ກູບາ’’, ສູນກາງສະພາກາແດງຫວຽດນາມ ໄດ້ຮັບ ຈຳນວນເງິນ 555,8 ຕື້ດົ້ງ (ປະມານກວ່າ 21 ລ້ານ USD). ຜົນໄດ້ຮັບດັ່ງກ່າວສະແດງໃຫ້ເຫັນ ເຖິງນໍ້າໃຈສາມັກຄີ, ມິດຕະພາບ ແລະ ນໍ້າໃຈຮັກແພງອັນບໍລິສຸດຜຸດຜ່ອງຢ່າງເລິກເຊິ່ງຂອງປະຊາຊົນ ຫວຽດນາມ ມອບໃຫ້ປະຊາຊົນ ກູບາ.

ລາຍການຂົນຂວາຍຊ່ວຍເຫຼືອ ປະຊາຊົນກູບາ ດ້ວຍຫົວຂໍ້ ‘’ 65 ປີ ນໍ້າໃຈຄວາມຮັກແພງ ຫວຽດນາມ-ກູບາ’’ ໄດ້ຈັດຂຶ້ນເປັນເວລາ 65 ວັນ, ແຕ່ວັນທີ 13/08 – 16/10, ດ້ວຍເປົ້າໝາຍລະດົມໃຫ້ໄດ້ຢ່າງໜ້ອຍຕໍ່າສຸດ 65 ຕື້ດົ້ງ (ປະມານກວ່າ 2,4 ລ້ານ USD) ເພື່ອຊ່ວຍເຫຼືອປະຊາຊົນ ກູບາ ຜ່ານຜ່າຄວາມຫຍຸ້ງຍາກລຳບາກ. ຫຼັງຈາກພິທີປຸກລະດົມລະດັບຊາດ ໃນວັນທີ 13 ສິງຫາ. ລາຍການຂົນຂວາຍໄດ້ຮັບການຕອບສະໜອງຢ່າງກວ້າງຂວາງ ຈາກປະຊາຊົນທຸກຊັ້ນວັນນະ. ຜ່ານບັນດາຊ່ອງທາງຂົນຂວາຍອອນໄລ, ລາຍການບັນລຸໄດ້ເປົ້າໝາຍລະດົມທຶນຢ່າງໜ້ອຍຕ່ຳສຸດ 65 ຕື້ດົ້ງ ໃນເວລາພຽງແຕ່ 30 ຊົ່ວໂມງ. ປີ 2025 ແມ່ນຄົບຮອບ 65 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ກູບາ (1960-2025). ລາຍການ ‘’65 ປີ ນໍ້າໃຈຄວາມຮັກແພງ ຫວຽດນາມ-ກູບາ’’ ແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ ສະແດງຄວາມເຄົາລົບ, ນ້ຳໃຈຮັກແພງອັນບໍລິສຸດຜຸດຜ່ອງ ກັບປະຊາຊົນ ກູບາ; ພ້ອມກັນນັ້ນກໍຍັງເປັນໂອກາດຮັດແໜ້ນ ນ້ຳໃຈມິດຕະພາບອັນເປັນມູນເຊື້ອ, ປະກອບສ່ວນປັບປຸງສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງໃຫ້ຫຼາຍກວ່າອີກ.

TAG
VOV/VOVworld/ຂົນຂວາຍຊ່ວຍເຫຼືອ ປະຊາຊົນກູບາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ